ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ ອາຊຽນ - ອີຢູ

(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດານັກປະຖະກະຖາລ້ວນແຕ່ຖືວ່າ ການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບ ເອີລົບ (ອີຢູ) ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຍັງບໍ່ທັນຂຸດຄົ້ນເທື່ອ.
ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ ອາຊຽນ - ອີຢູ - ảnh 1ທ່ານ ຫງວຽນວັນຖາວ, ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: TTXVN)

ກອງປະຊຸມສຳມະນາ “ອາຊຽນ - ອີຢູ, 45 ປີແຫ່ງການພົວພັນ: ກຳລັງໜູນໃໝ່” ໄດ້ຈັດຂຶ້ນໃນວັນທີ 21 ມີນາ, ຢູ່ສຳນັກງານສະຖາບັນຄົ້ນຄວ້າ ເອີລົບ ກ່ຽວກັບ ອາຊີ (EIAS) ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ.

ທີ່ກອງປະຊຸມສຳມະນາ, ບັນດານັກປະຖະກະຖາລ້ວນແຕ່ຖືວ່າ ການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບ ເອີລົບ (ອີຢູ) ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຍັງບໍ່ທັນຂຸດຄົ້ນເທື່ອ. ສະນັ້ນ, ອາຊຽນ ແລະ ອີຢູ ຕ້ອງຍູ້ແຮງການຮ່ວມມືໃນທຸກດ້ານໃຫ້ຫຼາຍກວ່າເກົ່າ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ຝ່າຍ.

ເຂົ້າຮ່ວມການປຶກສາຫາລືທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນວັນຖາວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອີຢູ, ຖືວ່າ ອາຊຽນ ແລະ ອີຢູ ຕ້ອງສ້າງສັນຍາການຄ້າເສລີ (FTA), ໂດຍອີງໃສ່ພື້ນຖານບັນດາ FTA ໄດ້ ແລະ ພວມສ້າງຂຶ້ນລະຫວ່າງ ອີຢູ ກັບບັນດາປະເທດສະມາຊິກ ອາຊຽນ, ໃນນັ້ນມີ ຫວຽດນາມ. ທ່ານໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມຕ້ອງໄດ້ຮັບການຊຸກຍູ້ຈາກທັງ 2 ຝ່າຍ, ແລະ ຕ້ອງເພີ່ມທະວີການເຈລະຈາ ເພື່ອຮັດແຄບໄລຍະຫ່າງ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ເຄົາລົບວັດທະນະທຳຂອງກັນ. ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ກໍ່ຄືການຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ