ສ້າງຂະແໜງກວດສອບ ບັນຊີຫມັ້ນຄົງເຂັ້ມແຂງ

ສ້າງຂະແໜງກວດສອບ ບັນຊີຫມັ້ນຄົງເຂັ້ມແຂງ - ảnh 1

ທ່ານຫງວຽນ​ຊິງ​ຮຸ່ງ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ

(ພາບ:vietnamplus.vn)

(vovworld) -  ຕອນ​ເຊົ້າວັນ​ທີ 5/2,  ຂະ​ແໜງ​ກວດ​ສອບ​ບັນຊີ ​ໄດ້​ຈັດກອງປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ປີ 2013 ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງ​ກວດ​ສອບ​ບັນຊີ​ຕ້ອງ​ກຳນົດ​ທີ່​ຕັ້ງດ້ານ​ກົດໝາຍ​ຢ່າງ​ຈະ​ແຈ້ງ​ເພື່ອ​ຈັດຕັ້ງ ​ແລະ ພັດທະນາ​ກຳລັງ, ສ້າງ​ຂະ​ແໜງໝັ້ນຄົງ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ສະພາບ​ການ​ໃໝ່:

   “ຕ້ອງ​ສ້າງຂະ​ແໜງ​ກວດ​ສອບ​ບັນຊີໝັ້ນຄົງ​ເຂັ້ມ​ແຂງ​ດ້ານ​ແນວ​ຄິດ, ມີສະຕິ​ຄວາມ​ຮັບ​ຮູ້​ໃຫ້​ຖືກຕ້ອງ​ກ່ຽວກັບ​ບົດບາດ, ໜ້າ​ທີ່, ​ເຂົ້າ​ໃຈ​ໃຫ້​ຖືກ​ຕ້ອງ​ຄວາມ​ຮັບຜິດຊອບ​ເພື່ອ​ເຮັດ​ວຽກ. ທີ​ສອງ​ແມ່ນ​ສ້າງ​ອົງການ​ກວດ​ສອບ​ບັນຊີໝັ້ນຄົງ​ເຂັ້ມ​ແຂງ, ຂະ​ແໜງ​ຕ້ອງ​ໄດ້​ຮັບ​ການຈັດຕັ້ງຢ່າງ​ມີ​ລັກສະນະ​ວິ​ທະຍາ​ສາດ​ຢ່າງ​ແທ້​ຈິງ, ມີ​ຖັນ​ແຖວ​ພະນັກ​ງານມີ​ຄຸນ​ນະ​ທາດ, ປອດ​ໃສ“

      ​ໃນ​ປີ 2013, ຂະ​ແໜງ​ກວດ​ສອບ​ບັນຊີຈະ​ຍູ້​ແຮງ​ການ​ເຄື່ອນ​ໄຫວ, ຕີ​ລາຄາ​ປະສິດທິ​ຜົນ​ໃນ​ການ​ຈັດຕັ້ງປະຕິບັດ​ແຜນ​ຮ່າງ​ສັງ​ລວມສ້າງ​ໂຄງ​ປະກອບພື້ນຖານ​​ເສດຖະກິດ​ຄືນ​ໃໝ່, ກວດ​ສອບ​ໃນຂົງ​ເຂດ​ການ​ລົງທຶນ​ຂອງ​ລັດ, ນຳ​ໃຊ້​ທຶນ​ພັນທະບັດ​ລັດຖະບານ, ຂົງ​ເຂດ​ຄຸ້ມ​ຄອງ​ເງິນ ​ແລະ ​ຊັບ​ສົມບັດ​ຂອງ​ລັດຢູ່​ບັນດາ​ວິ​ສາ​ຫະກິດ, ທະນາຄານ​ການ​ຄ້າ, ກວດ​ສອບ​ການ​ຄຸ້ມ​ຄອງ​ນຳ​ເຂົ້າສົ່ງ​ອອກ….

 

ຂ່າວ/ບົດ​ອື່ນ