ສ້າງຄຸນຄ່າມະນຸດ-ຄຸນຄ່າວັດທະນະທຳຫວຽດນາມໃນໄລຍະໃໝ່

ສ້າງຄຸນຄ່າມະນຸດ-ຄຸນຄ່າວັດທະນະທຳຫວຽດນາມໃນໄລຍະໃໝ່ - ảnh 1
ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ໂດຍສະ​ພາ​ທິດ​ສະ​ດີ​ສູນ​ກາງ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 27/2

(vovworld) – ​​​​“ກຳ​ນົດ​ທິດ​ສ້າງ​ຄຸນ​ຄ່າ​ມະ​ນຸດ - ຄຸນ​ຄ່າ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໃນ​ໄລ​ຍະ​ໃໝ່” ແມ່ນ​ຫົວ​ຂໍ້​​ຂ​ອງກອງ​ປ​ະ​ຊຸມ​ສຳ​ມະ​ນາ​ໂດຍສະ​ພາ​ທິດ​ສະ​ດີ​ສູນ​ກາງ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 27/2, ຢູ່​ຮ່າ​ໂນ້ຍ. ບັນ​ດາ​ທິດ​ສະ​ດີ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄຸນ​ຄ່າ​ມະ​ນຸດ, ຄຸນ​ຄ່າ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຕ້ອງ​ໄດ້​ຮັບ​ການ​ກຳ​ນົດ​ທິດກໍ່​ສ້າງ​ໃນ​ໄລ​ຍະ​ໃໝ່ ​ເຊິ່ງ​ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຟູ່ງຫິ​້ວ​ຟູ໋, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ຊີ້​ແຈ້ງວ່າ: 

        “ພວກ​ເຮົາ​ສຸມ​ໃສ່​ເຮັດ​ໃຫ້​ຄຸນ​ຄ່າ​ຂອງ​ຊາວ ຫວຽດ​ນາມ, ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ ໃນ​ໄລ​ຍະ​ຍູ້​ແຮງ​ຫັນ​ປະ​ເທດ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນໃຫ້​ຈະ​ແຈ້ງ. ເຮັດ​ແນ​ວ​ໃດ​ສ່ອງ​ແສງ​ຖືກ​ກັບ​ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ເສີມ​ຂະ​ຫຍາຍ​ບັນ​ດາ​ມູນ​ເຊື້ອ​ອັນ​ດີ​ງາມ​ທີ່​ໄດ້​ເພີ່ມ​ພຸ​ນ​ຄຸນ​ສ້າງ​​ນັບພັນ​ປີ​ມານີ້, ຮັບ​ເອົາ​ບັນ​ດາ​ຄຸນ​ຄ່າ​ໃໝ່​ຂອງມວນ​ມະ​ນຸດ, ພ້ອມ​ທັງ​ແກ້​ໄຂ, ລົ​ບ​ລ້າງ​ບັນ​ດາ​ສິ່ງ​ຈຳ​ກ​ັດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ຂໍ້​ຈ​ຳ​ກັດ​ຂອງ​ຊາວ ຫວຽດ​ນາມ.”


ຂ່າວ/ບົດ​ອື່ນ