ສ້າງຄວາມກົມກ່ຽວ, ສະໜິດຕິດພັນລະຫວ່າງການວາງແຜນຜັງເຂດຕົວເມືອງ ແລະ ຊົນນະບົດ

(VOVWORLD) - ປຶກສາຫາລືທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ສະເໜີການວາງແຜນຜັງຕົວເມືອງຕ້ອງມີລັກສະນະຍຸດທະສາດ, ເຄົາລົບກົດເກນການຕະຫຼາດ ແລະ ຫຼັກການພັດທະນາແບບຍືນຍົງ
ສ້າງຄວາມກົມກ່ຽວ, ສະໜິດຕິດພັນລະຫວ່າງການວາງແຜນຜັງເຂດຕົວເມືອງ ແລະ ຊົນນະບົດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:Hồ Long/quochoi.vn)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 32, ຕອນເຊົ້າວັນທີ 22 ເມສາ, ທີຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍການວາງແຜນຜັງເຂດຕົວເມືອງ ແລະ ຊົນນະບົດ.

          ປຶກສາຫາລືທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ສະເໜີການວາງແຜນຜັງຕົວເມືອງຕ້ອງມີລັກສະນະຍຸດທະສາດ, ເຄົາລົບກົດເກນການຕະຫຼາດ ແລະ ຫຼັກການພັດທະນາແບບຍືນຍົງ; ຖືມະນຸດ ແລະ ຄຸນນະພາບການດຳລົງຊີວິດເປັນໃຈກາງ, ວັດທະນະທຳ ແລະ ຄວາມອະລິຍາທຳຕົວເມືອງແມ່ນພື້ນຖານພັດທະນາ; ຮັບປະກັນການກຳນົດທິດຕິດພັນລະຫວ່າງຕົວເມືອງ ແລະ ຊົນນະບົດ, ເໝາະສົມກັບພືດຕິກຳຕົວຈິງ ສົມທົບກັບການສ້າງກຳລັງຫຼັກແຫຼ່ງໃຫ້ແກ່ການພັດທະນາເຂດຕົວເມືອງ; ຕິດພັນກັບຮູບແບບພັດທະນາຕົວເມືອງ, ສະແດງລັກສະນະຂອງຮູບແບບຕົວເມືອງໃໝ່ໃຫ້ໄດ້.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕັກເຕືອນວ່າ: ຕ້ອງກວດກາຄືນເພື່ອແກ້ໄຂການພົວພັນລະຫວ່າງການຫັນເປັນຕົວເມືອງ ແລະ ການສ້າງຊົນນະບົດໃໝ່; ລະຫວ່າງການຫັນເປັນຕົວເມືອງ ແລະ ການພັດທະນາເສດຖະກິດຕົວເມືອງ; ວາງແຜນຜັງໃຫ້ແທດເໝາະກັບກັບການປ່ຽນແປງຂອງດິນຟ້າອາກາດ; ມາດຖານແຜນຜັງຕົວເມືອງຕິດພັນກັບຄວາມໜາແໜ້ນຂອງພົນລະເມືອງ ແລະ ໂຄງປະກອບພື້ນຖານໂຄງລ່າງ…

ຕອບກັບ

ຂ່າວ/ບົດ​ອື່ນ