​ສ້າງຄວ​າມກະ​ໂດ​ດ​ຂັ້ນ, ການ​ເຕີບ​ໂຕ​ໃຫ​້​ແກ່​ເຂດ​ເສດ​ຖະ​ກິດ​ຈຸ​ດ​ສຸມ​ທາງ​ທິດ​ໃຕ້

(VOVWORLD) - ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ນະຄອນ ບຽນຮ່ວາ, ແຂວງ ດົ່ງນາຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມພັດທະນາເຂດ ເສດຖະກິດຈຸດສຸມທາງທິດໃຕ້.
​ສ້າງຄວ​າມກະ​ໂດ​ດ​ຂັ້ນ, ການ​ເຕີບ​ໂຕ​ໃຫ​້​ແກ່​ເຂດ​ເສດ​ຖະ​ກິດ​ຈຸ​ດ​ສຸມ​ທາງ​ທິດ​ໃຕ້ - ảnh 1ທ່ານຫງວຽນຊວນຟຸກລົງຢ້ຽມຢາມພະນັກງານ, ພາລະກອນ ໂຄງການກໍ່ສ້າງທາງລົດໄຟ ຕົວເມຶອງເລກ ທີ 1(ພາບ: : ເທ໊ວີງ/baodongnai.com.vn

ໂດຍມີການເຂົ້າຮ່ວມຂອງທ່ານ ເຈືອງຮ່ວາບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ, ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ, ທ່ານ ຫງວຽນທຽນເຍີນ ເລຂາ ຄະນະພັກນະຄອນໂຮ່ຈິມິນ, ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ, ການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ, ພ້ອມກັບການນຳບັນດາທ້ອງຖິ່ນ, ບັນດານັກຊ່ຽວຊານ, ບັນດານັກວິທະຍາສາດ, ບັນດາວິສາຫະກິດ ແລະ ສະມາຄົມວິສາຫະກິດ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມສຳຄັນຂອງບັນດາເຂດເສດຖະກິດຈຸດສຸມ, ເຊິ່ງໄດ້ສ້າງຕັ້ງມາຫຼາຍປີແລ້ວ, ແຕ່ຍັງບໍ່ມີກອງປະຊຸມໃຫຍ່ທີ່ປຶກສາກ່ຽວກັບການພັດທະນາເຂດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ, ບັນດານັກຮຽນຮູ້, ນັກລົງທຶນ ຈະສະເໜີແນະມາດຕະການເພື່ອເຂດເສດຖະກິດຈຸດສຸມທາງທິດໃຕ້ພັດທະນາຖືກທິດ, ກາຍເປັນກຳລັງໜູນທີ່ໄດ້ຮັບການຢັ້ງຢືນຢ່າງແຮງກ່ວາອີກ, ສືບຕໍ່ແມ່ນກຳລັງຫຼັກແຫຼ່ງໃນທົ່ວປະເທດ. ພ້ອມທັງຫວັງວ່າບັນດາ ທ້ອງຖິ່ນ ຈະສະເໜີແນະກົນໄກການເຊື່ອມໂຍງລະຫວ່າງ ນະຄອນ ໂຮ່ຈິມິນ ກັບບັນດາທ້ອງຖິ່ນໃນເຂດ, ຍົກອອກບັນດາຂໍ້ຄົງຄ້າງເພື່ອປຶກສາມາດຕະການຊຸກຍູ້ການພັດທະນາເຂດ, ປະຕິບັດບັນດາໜ້າທີ່ ແລະ ເປົ້າໝາຍທີ່ໄດ້ວາງອອກຕາມຂໍ້ຕົກລົງຂອງທ່ານ ນາຍົກລັດຖະມົນຕີ: ໃຫ້ສັດຕະຍາບັນແຜນກຳນົດສັງລວມພັດທະນາເສດຖະກິດ - ສັງຄົມ ເຂດເສດຖະກິດ ຈຸດສຸມທາງທິດໃຕ້ ຈົນເຖິງ ປີ 2020, ກຳນົດທິດເຖິງປີ 2030.

        ເຂດເສດຖະກິດຈຸດສຸມທາງທິດໃຕ້ລວມມີ ນະຄອນ ໂຮ່ຈິມິນ, ບັນດາ ແຂວງຄື: ບີ່ງເຢືອງ, ດົ່ງນາຍ, ບ່າເຣີ້ຍ - ວຸ້ງເຕົ່າ, ບີງເຟຶ໊ອກ, ໄຕນິງ, ລອງອານ ແລະ ຕ່ຽນຢາງ. ເຂດ ເສດຖະກິດຈຸດສຸມທາງທິດໃຕ້ແມ່ນໜຶ່ງໃນບັນດາ ກຳລັງຫຼັກແຫຼ່ງ ດ້ານເສດຖະກິດຂອງທົ່ວປະເທດ ແລະ ຍັງມີຄວາມສາມາດບົ່ມຊ້ອນໃນການການພັດນະນາ ຢ່າງຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ