ສ້າງຄວາມສະດວກໃຫ້ແຫຼ່ງທຶນ ແລະ ບ້ວງສິນເຊື່ອສຳລັບພື້ນຖານເສດຖະກິດ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ຕໍ່ໜ້າສະພາບການເສດຖະກິດຢູ່ພາຍໃນປະເທດ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ລັດຖະບານ ຫວຽດນາມ ໄດ້ມີການຊີ້ນຳຢ່າງຂ້ຽວຂາດ.
ສ້າງຄວາມສະດວກໃຫ້ແຫຼ່ງທຶນ ແລະ ບ້ວງສິນເຊື່ອສຳລັບພື້ນຖານເສດຖະກິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

        ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ ໄດ້ເປັນປະທານກອງປະຊຸມມາດຕະການເພີ່ມທະວີຄວາມອາດສາມາດສຳຜັດກັບບ້ວງສິນເຊື່ອຂອງວິສາຫະກິດ ແລະ ສະພາບຮັບທຶນຂອງພື້ນຖານເສດຖະກິດ.

        ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ຕໍ່ໜ້າສະພາບການເສດຖະກິດຢູ່ພາຍໃນປະເທດ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ລັດຖະບານ ຫວຽດນາມ ໄດ້ມີການຊີ້ນຳຢ່າງຂ້ຽວຂາດ. ພິເສດ, ມີຫຼາຍນະໂຍບາຍປີການເງິນເພື່ອຮັກສາຄວາມສະຖຽນລະພາບ. ເຖິງຢ່າງໃດກໍ່ຕາມ, ສະພາບການຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພິເສດແມ່ນໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາວິສາຫະກິດ.

        ເມື່ອເນັ້ນໜັກເຖິງບົດບາດຂອງບັນດາທະນາຄານການຄ້າ, ເຊິ່ງເປັນແຫ່ງພົບປະກັບວິສາຫະກິດ, ເປົ້າໝາຍກູ້ຢືມທຶນ, ທ່ານຮອງນາຍົກລັດຖະມົນຕີຖືວ່າ, ບັນດາທະນາຄານການຄ້າຕ້ອງສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສຳຜັດກັບແຫຼ່ງທຶນ. 2 ເປົ້າໝາຍເຊິ່ງຢາກໄດ້ຮັບຈາກກອງປະຊຸມແມ່ນ ຄວາມຮັບຮູ້ຕີລາຄາຢ່າງໃກ້ຊິດ ແລະ ແກ້ໄຂຂໍ້ຕິດຂັດໃຫຍ່ເພື່ອລາຍງານຕໍ່ນາຍົກລັດຖະມົນຕີ ໃຫ້ມີການຊີ້ນຳ, ແກ້ໄຂຢ່າງໄວທີ່ສຸດ, ປະກອບສ່ວນເຂົ້າໃນການເຕີບໂຕ ແລະ ພັດທະນາ, ຮັບປະກັນເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກໃນປີ 2023 ແລະ ແຜນການ 5 ປີເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ກຳນົດໄວ.

ຕອບກັບ

ຂ່າວ/ບົດ​ອື່ນ