ສ້າງຄວາມໄວ້ເນື້ອ ເຊື່ອໃຈຍຸດທະສາດ ປ້ອງກັນຊາດ ຫວຽດນາມ - ຈີນ

ສ້າງຄວາມໄວ້ເນື້ອ ເຊື່ອໃຈຍຸດທະສາດ ປ້ອງກັນຊາດ ຫວຽດນາມ - ຈີນ - ảnh 1
ໂດ​ຍພົນ​ໂທ ຫງວຽນ​ຈີ໋ຫວີ້​ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ
(ພາບປະກອບ)

(​vovworld) – ການ​ໂອ້​ລົມ​ສົນທະນາ​ຍຸດ​ທະ​ສາດປ້ອງ​ກັນຊາ​ດ ຈີນ - ຫວຽດນາມ ຄັ້ງທີ 4 ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 5/6 ຢູ່ ປັກ​ກິ​ງ. ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໂດ​ຍພົນ​ໂທ ຫງວຽນ​ຈີ໋ຫວີ້​ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ໜ້າ. ຄະນະ​ຜູ້​ແທນ​ຈີນ ​ໂດຍ​ທ່ານ​ພົນ​ຕີ ຈີ​ຈຽນ​ກົ໋ວ, ຮອງ​ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ ຈີນ​ນຳ​ໜ້າ​ເຂົ້າ​ຮ່ວມ​ການ​ໂອ້​ລົມສົນທະນາ. ທີ່​ການ​ໂອ້​ລົມ​ສົນທະນາ, ​ເມື່ອ​ເຕື້ອງ​ເຖິງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ກໍ່​ຄື​ລະຫວ່າງ​ກອງທັບ​ 2 ປະ​ເທດ, ພົນ​ໂທ ຫງວຽນ​ຈີ໋ຫວີ້​ງ ​ເນັ້ນ​ໜັກ 5 ທິດ​ທາງ​ຮ່ວມ​ມື​ລະອຽດ, ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ບັນດາ​ອົງການ​ຍຸດ​ທະ​ສາດ 2 ຝ່າຍ, ​ຖື​ການ​ໂອ້​ລົ​ມສົນທະນາ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດຖະມົນຕີ​ເປັນ​ຈຸດ​ສຸມ​ໃນ​ການ​ຕີ​ລາຄາ​ສະພາບ​ການ, ຍົກ​ອອກບັນດາ​ມ​າດຕະການ​ຮ່ວມ​ມື​ທີ່ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມືລະຫວ່າງ​ກອງທັບ​ເຮືອ, ຕຳຫລວດ​ທະ​ເລ 2 ປະ​ເທດ​ເພື່ອ​ໃຫ້ການ​ນຳ​ 2 ພັກ, 2 ປະ​ເທດ​ມີ​ສະພາບ​ແວດ​ລ້ອມ​ສະດວກ​ໃນ​ການ​ຍົກ​ອອກ​ບັນດາ​ຂໍ້​ຕົກລົງ​ລະດັບ​ຍຸດ​ທະ​ສາດ. ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພົນ​ໂທ ຫງວຽນ​ຈີ໋ຫວີ້​ງ ຢືນຢັນ​ວ່າ: ນີ້​ແມ່ນ​ບັນຫາ​ຍາວ​ນານ, ຄວນຍືດໝັ້ນ​ໃນ​ການ​ແກ້​ໄຂ​ເພື່ອ​ໃຫ້​ຜົນ​ປະ​ໂຫຍ​ດອັນ​ເປັນ​ທຳ, ອະທິປະ​ໄຕ​ຂອງ​ແຕ່ລະ​ປະ​ເທດ​ໄດ້​ຮັບ​ປະກັນ​ຢ່າງ​ກົມກຽວ, ບົນ​ພື້ນຖານ​ກົດ​ໝາຍ​ສາກົນ. ​ກອງທັບ 2 ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ສ້າງ​ສະພາ​ບ​ແວດ​ລ້ອມສັນຕິພາບ​ບົນ​ທະ​ເລ​ຕາ​ເວັນ​ອອກ, ຫລີກ​ລ້ຽງ​ບັນດາ​ການ​ກະທຳທີ່ສາມາດ​ກໍ່​ຄວາມ​ເຂົ້າ​ໃຈ​ຜິດ, ບໍ່​ນຳ​ໃຊ້​ກຳລັງອາວຸດ ​ຫຼື ນາບ​ຂູ່ນຳ​ໃຊ້​ກຳ​ລັງ​ອາວຸດ, ຄົ້ນ​ຄ້ວາ​ມຸ້ງ​ໄປ​ເຖິງ​ການ​ເຊັນ​ຂໍ້​ຕົກລົງ​ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ຫຼື ນາບ​ຂູ່ນຳ​ໃຊ້​ກຳລັງ​ອາວຸດ​ບົນ​ທະ​ເລລະຫວ່າງ​ກອງທັບ​ເຮືອ 2 ປະ​ເທດ.​​.​.

    ​ເຫັນ​ດີ​ເຫັນພ້ອມ​ກັບຄວາມ​ເຫັນ​ຂອງ​ທ່ານ ພົນ​ໂທ ຫງວຽນ​ຈີ໋ຫວີ້​ງ, ພົນ​ຕີ ຈີ​ຈຽນ​ກົ໋ວ ຖື​ວ່າ: 2 ຝ່າຍ​ຄວນຍືດໝັ້ນ​ເພື່ອ​ແກ້​ໄຂ, ບັນຫາ​ແນ​ໃສ່ບັນລຸ​ໄດ້​ບັນດາ​ໝາກຜົນ ຄ້າຍຄືກັນ​ກັບ​ບັນຫາຂີດ​​ເສັ້ນຊາຍ​ແດນ​ທາງບົກ​ກໍ່​ຄື​​ໃນ​ອ່າວ​ພາກ​ເໜືອ​ກ່ອນ​ນີ້. ​ເມື່ອຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ, ກອງທັບ​ຕ້ອງ​ແກ້​ໄຂ​ດ້ວຍ​ຄວາມ​ລະ​ຫງັບ​ໃຈ, ບໍ່​ນຳ​ໃຊ້​ກຳລັງອາວຸດ​​ເພື່ອນາບ​ຂູ່​ກັນ.

ຂ່າວ/ບົດ​ອື່ນ