ສ້າງ​ຊົ​ນ​ນະ​ບົດ​ໃໝ່ ຕ້ອງ​ອີງ​ຕາມ​ພື້ນ​ຖານ​ ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອກ​ະ​ລັກ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ, ແຕ່​ລະ​ວົງ​ຄະ​ນະ​ຍາດ

(VOVWORLD) -ວັນທີ 17 ກຸມພາ, ຢູ່ນະຄອນ ຫາຍຟ່ອງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຈັດກອງປະຊຸມທົ່ວປະເທດ ລະບົບຫ້ອງການປະສານງານຊົນນະບົດໃໝ່ທຸກຂັ້ນ ປີ 2023.

ຕາມຫ້ອງການປະສານງານກ່ຽວກັບການກໍ່ສ້າງຊົນນະບົດໃໝ່ແລ້ວ, ບັນດາທ້ອງຖິ່ນຕ້ອງຍູ້ແຮງວຽກງານໂຄສະນາເຜີຍແຜ່, ປ່ຽນແປງໃໝ່ຈິນຕະນາການກ່ຽວກັບການສ້າງຊົນນະບົດໃໝ່ ຕິດພັນກັບການສ້າງ “ກະສິກຳຊີວະພາບ, ຊົນນະບົດທັນສະໄໝ, ຊາວກະສິກອນສີວິໄລ” ໃຫ້ຫຼາຍກວ່າອີກ; ຍົກສູງຄຸນນະພາບຂອງຂະບວນການແຂ່ງຂັນສ້າງຊົນນະບົດໃໝ່. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ເນັ້ນໜັກວ່າ ການສ້າງຊົນນະບົດໃໝ່ຕ້ອງອີງໃສ່ພື້ນຖານ ຄຸນຄ່າວັດທະນະທຳທີ່ເປັນເອກະລັກ, ພົ້ນເດັ່ນຂອງແຕ່ລະທ້ອງຖິ່ນ, ແຕ່ລະວົງຄະນະຍາດ.

        ໄລ່ຮອດເດືອນ ກຸມພາ 2023, ທົ່ວປະເທດມີ 255 ຫົວໜ່ວຍຂັ້ນເມືອງ (ກວມເອົາ 39,6%) ໄດ້ຮັບການຮັບຮອງວ່າບັນລຸມາດຕະຖານຊົນນະບົດໃໝ່; 18, ແຂວງ, ນະຄອນ ມີ 100% ຈຳນວນຕາແສງບັນລຸມາດຕະຖານຊົນນະບົດໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ