ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບລະຫວ່າງແຂວງ ກວາງນາມ ແລະ ເຊກອງ

(VOVWORLD) - ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງກວາງນາມ ກັບຄະນະກຳມະການແນວລາວສ້າງຊາດ ແຂວງ ເຊກອງ ສືບຕໍ່ສົມທົບກັນປະຕິບັດບົດບັນທຶກຊ່ວຍຈຳການຮ່ວມມືເຊິ່ງ 2 ຝ່າຍໄດ້ລົງນາມແລ້ວ. 
ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບລະຫວ່າງແຂວງ ກວາງນາມ ແລະ ເຊກອງ - ảnh 1 ພາບປະກອບ

ໂດຍປະຕິບັດບົດບັນທຶກຊ່ວຍຈຳແຫ່ງການຮ່ວມມືລະຫວ່າງຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງກວາງນາມ ກັບຄະນະກຳມະການແນວລາວສ້າງຊາດ ແຂວງ ເຊກອງ (ປະເທດລາວ), ວັນທີ 6 ກໍລະກົດ, ຢູ່ນະຄອນ ຕາມກີ່, ຄະນະປະຕິບັດງານຂອງຄະນະກຳມະການແນວລາວສ້າງຊາດແຂວງ ເຊກອງ ໂດຍທ່ານ ຄຳໄມ ດວງກັນຍາ, ກຳມະການຄະນະພັກແຂວງ, ປະທານຄະນະກຳມະການແນວລາວສ້າງຊາດ ແຂວງເຊກອງ ເປັນຫົວໜ້າຄະນະໄດ້ມີການເຈລະຈາປະຈຳປີກັບຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງນາມ. ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງກວາງນາມ ກັບຄະນະກຳມະການແນວລາວສ້າງຊາດ ແຂວງ ເຊກອງ ສືບຕໍ່ສົມທົບກັນປະຕິບັດບົດບັນທຶກຊ່ວຍຈຳການຮ່ວມມືເຊິ່ງ 2 ຝ່າຍໄດ້ລົງນາມແລ້ວ. ໃນນັ້ນ, ສຸມໃສ່ຍູ້ແຮງການໂຄສະນາ, ສຶກສາຢ່າງເລິກເຊິ່ງ, ກ້ວາງຂວາງໃນປະຊາຊົນທຸກຊັ້ນວັນນະກ່ຽວກັບມູນເຊື້ອຄວາມສາມັກຄີ, ການພົວພັນມິດຕະພາບແບບພິເສດ, ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວລະຫວ່າງແນວໂຮມທ້ອງຖິ່ນຕ່າງໆ, ເອົາໃຈໃສ່ເຖິງວຽກງານສ້າງຊາຍແດນສັນຕິພາບ, ມິດຕະພາບ, ປັບປຸງລະບົບການເມືອງຂັ້ນຮາກຖານເຂດຊາຍແດນເມືອງ ໄຕຢາງ (ກວາງນາມ) - ກາລື່ມ (ເຊກອງ), ເມືອງນາມຢາງ (ກວາງນາມ) - ດັກຈຶງ (ເຊກອງ) ໃຫ້ນັບມື້ນັບໝັ້ນຄົງ ເຂັ້ມແຂງ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ -ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ