ສ້າງຍຸດທະສາດຊັບສິນທາງປັນຍາ, ສ້າງກຳລັງໜູນພັດທະນາເສດຖະກິດ - ສັງຄົມ

(VOVWORLD) - ສ້າງຍຸດທະສາດກ່ຽວກັບຊັບສິນທາງປັນຍາຈະແມ່ນພື້ນຖານ, ສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ກ້າວໄປເຖິງນຳ ຫວຽດນາມ ກາຍເປັນປະເທດປ່ຽນແປງໃໝ່ປະດິດຄິດສ້າງໃນໄລຍະຈະມາເຖິງ.

ນີ້ແມ່ນເນື້ອໃນໄດ້ເນັ້ນໜັກທີ່ການໂອ້ລົມສົນທະນາປະກອບຄຳຄິດເຫັນໃສ່ຮ່າງຍຸດທະສາດຊັບສິນທາງປັນຍາຮອດປີ 2030 ໂດຍກົມຊັບສິນທາງປັນຍາ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ) ຈັດຕັ້ງໃນຕອນເຊົ້າວັນທີ 03 ເມສາ ຢູ່ນະຄອນ ໂຮ່ຈີມິນ.

        ຮ່າງຍຸດທະສາດຊັບສິນທາງປັນຍາຮອດປີ 2030 ໄດ້ວາງບັນດາຄາດໝາຍລະອຽດຫລາຍຢ່າງ, ໃນນັ້ນ ສູ້ຊົນຮອດປີ 2030, ດັດຊະນີກ່ຽວກັບຊັບສິນທາງປັນຍາໃນດັດຊະນີປະດິດຄິດສ້າງທົ່ວໂລກ (GII) ເພີ່ມຂຶ້ນໃນລະດັບປານກາງ 10%; ສ້າງຕັ້ງ ແລະ ພັດທະນາບັນດາຂະແໜງອຸດສາຫະກຳທີ່ນຳໃຊ້ຊັບສິນທາງປັນຍາ, ປະກອບສ່ວນເຂົ້າໃນ GDP; ສູ້ຊົນຮອດປີ 2025, ມີວິສາຫະກິດ ຫວຽດນາມ ຢ່າງໜ້ອຍສຸດ 25% ແລະ ຮອດປີ 2030 ໜ້ອຍສຸດແມ່ນ 50% ນຳເຄື່ອງມືຊັບສິນທາງປັນຍາເຂົ້າໃນຍຸດທະສາດການຜະລິດ, ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ