ສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຊາວ​ໜຸ່ມ​ໄລ​ຍະ 2021 – 2030

(VOVWORLD) - ຕອນເຊົ້າວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ຄັ້ງທີ 32 ສະຫຼຸບວຽກງານຊາວໜຸ່ມ ປີ 2020 ແລະ ຜັນຂະຫຍາຍວຽກງານ ຊາວໜຸ່ມປີ 2021.

ສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຊາວ​ໜຸ່ມ​ໄລ​ຍະ 2021 – 2030 - ảnh 1ກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຄັ້ງທີ 32 (ພາບ: nhandan.com.vn)

ຫວຽດນາມມີຊາວໜຸ່ມກ່ວາ 22,6 ລ້ານຄົນ, ກວມເອົາ 23% ຈຳນວນປະຊາກອນ. ປີ 2020, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີສິດອຳນາດຄົ້ນຄ້ວາ, ສະເໜີການສ້າງບັນດານະໂຍບາຍ, ກົດໝາຍວ່າດ້ວຍຊາວໜຸ່ມ ແລະ ວຽກງານຊາວໜຸ່ມ.

ເມື່ອປຶກສາຫາລື ກ່ຽວກັບແຜນການໜ້າທີ່ຕ້ອງໄດ້ຮັບການຜັນຂະຫຍາຍໃນປີນີ້, ຕາມຜູ້ແທນຫຼາຍທ່ານແລ້ວ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຕ້ອງສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍທ່າແຮງຂອງແຕ່ລະຂະແໜງການໃນການປະຕິບັດວຽກງານຊາວໜຸ່ມ. ໃນນັ້ນ, ຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍ ຊາວໜຸ່ມ (ສະບັບປັບປຸງ), ສ້າງ ແລະ ປະຕິບັດຍຸດທະສາດພັດທະນາຊາວໜຸ່ມໄລຍະ 2021 – 2030.

ຕອບກັບ

ຂ່າວ/ບົດ​ອື່ນ