ສ້າງຍຸດທະສາດສຳພັດກັບຕະຫຼາດເອີລົບຢ່າງມີປະສິດທິຜົນ

(VOVWORLD) -ປະຈຸບັນ ເອີລົບ ພວມແມ່ນບັນດາຄູ່ຄ້າໃຫຍ່ທີ່ສຸດຂອງຫວຽດນາມ, ກົງກັນຂ້າມ ຫວຽດນາມ ກໍ່ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງເອີລົບ.
ສ້າງຍຸດທະສາດສຳພັດກັບຕະຫຼາດເອີລົບຢ່າງມີປະສິດທິຜົນ - ảnh 1(ພາບປະກອບ: TTXVN)

ເອີລົບ ແມ່ນໜຶ່ງໃນບັນດາຕະຫຼາດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການສົ່ງອອກສິນຄ້າຂອງຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ແມ່ນຕະຫຼາດທີ່ຮຽກຮ້ອງບັນດາມາດຕະຖານ, ກຳນົດມາດຕະຖານທີ່ເຄັ່ງຄັດທີ່ສຸດໃນໂລກ. ຍ້ອນເຫດນັ້ນ, ເພື່ອສຳຜັດ ແລະ ຂຸດຄົ້ນຕະຫຼາດດັ່ງກ່າວຢ່າງມີປະສິດທິຜົນ, ບັນດາວິສາຫະກິດຕ້ອງສ້າງຍຸດທະສາດຢ່າງມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງພັດທະນາແບບຍືນຍົງ. ນີ້ແມ່ນເນື້ອໃນເຊິ່ງບັນດານັກຊ່ຽວຊານໄດ້ເນັ້ນໜັກເຖິງທີ່ກອງປະຊຸມເຈລະຈາທາງອອນລາຍ ດ້ວຍຫົວຂໍ້ “ວິທີການເປີດກວ້າງຕະຫຼາດ ແລະ ກຳແໜ້ນກາລະໂອກາດດຳເນີນທຸລະກິດສຳລັບລູກຄ້າເອີລົບ” ໂດຍກົມສົ່ງເສີມການຄ້າ ແລະ ການລົງທຶນນະຄອນໂຮ່ຈີມິນ (ITPC) ສົມທົບກັບ Source of Asia (SOA) ຈັດຂຶ້ນໃນຕອນບ່າຍວັນທີ 05 ພຶດສະພາ.

        ທ່ານນາງ ເຈິ່ນທິຈາງ, ຫົວໜ້າຫ້ອງການອົບຮົມ ITPC ໃຫ້ຂ່າວວ່າ, ປະຈຸບັນ ເອີລົບ ພວມແມ່ນບັນດາຄູ່ຄ້າໃຫຍ່ທີ່ສຸດຂອງຫວຽດນາມ, ກົງກັນຂ້າມ ຫວຽດນາມ ກໍ່ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງເອີລົບ. ໃນໄລຍະຜ່ານມາ, ເຖິງວ່າຈະຖືກຜົນກະທົບຈາກໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ການເຄື່ອນໄຫວດ້ານການຄ້າ 2 ຝ່າຍຫວຽດນາມ - ເອີລົບ ຍັງໄດ້ຮັບການຮັກສາ, ພິເສດນັບແຕ່ເມື່ອສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ເລີ່ມມີຜົນສັກສິດ, ວົງເງິນສົ່ງອອກບັນດາຜະລິດຕະພັນໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ ແລະ ຄາດວ່າຈະເພີ່ມຂຶ້ນສູງໃນໄລຍະຈະມາເຖິງ.

        ໃນສະພາບການນັ້ນ, ບັນດານັກສົ່ງອອກຫວຽດນາມ ຄວນຕີລາຄາລັກສະນະຍືນຍົງຂອງຜະລິດຕະພັນ; ກຳແໜ້ນຕະຫຼາດສົ່ງອອກ, ບັນດາຫຼັກການນຳເຂົ້າ ແລະ ຂໍ້ສະເໜີແນະ. ພ້ອມທັງມີຍຸດທະສາດດັດປັບລະບົບສະໜອງເພື່ອໃຫ້ເໝາະສົມກັບບັນດາມາດຕະຖານ ແລະ ຂໍ້ບັງຄັບສາກົນ ກໍຄືລົງທຶນເຂົ້າໃນການດັດປັບຢ່າງຕໍ່ເນື່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ