ສ້າງ​ຕັ້ງ​ກົນ​ໄກ​​ຢ່າງ​ມີ​ປະສິດທິ​ຜົນ​​ເພື່ອ​ປົກ​ປ້ອງ​ເດັກ

(VOVWORLD) - ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14, ວັນທີ 27 ພຶດສະພາ, ສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບບົດລາຍງານໝາກຜົນການຕິດຕາມກວດກາຂອງ ສະພາແຫ່ງຊາດ ກ່ຽວກັບ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປ້ອງກັນ, ຕ້ານການທໍາຮ້າຍເດັກ” ແຕ່ວັນທີ 1 ມັງກອນ 2015 – 30 ມິຖຸນາ 2019.
ສ້າງ​ຕັ້ງ​ກົນ​ໄກ​​ຢ່າງ​ມີ​ປະສິດທິ​ຜົນ​​ເພື່ອ​ປົກ​ປ້ອງ​ເດັກ - ảnh 1ທ່ານ ຫງວຽນວັນຫ່ຽນ ສະມາຊິກສະພາແຫ່ງຊາດແຂວງ ເລິມດົ່ງ  (ພາບ: quochoi.vn)

       ເມື່ອປຶກສາຫາລືກ່ຽວກັບເນື້ອໃນດັ່ງກ່າວ, ທ່ານ ຫງວຽນວັນຫ່ຽນ ສະມາຊິກສະພາແຫ່ງຊາດແຂວງ ເລິມດົ່ງ ສະເໜີວ່າ:

        “ຂ້າພະເຈົ້າຖືວ່າ ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຕ້ອງສົມທົບກັບບັນດາອົງການຮັບຜິດຊອບຂອງລັດຖະບານ, ຕ້ອງມີການສືບສວນຢ່າງມີວິທະຍາສາດ ແລະ ມີແບບມີແຜນ ເພື່ອສ້າງສະຖິຕິຂໍ້ມູນເດັກຖືກທໍາຮ້າຍໃນໄລຍະຜ່ານມາໄດ້ຢ່າງຄົບຖ້ວນ. ພ້ອມກັນນັ້ນ, ໃນພາກສະເໜີຂອງຮ່າງມະຕິສະພາແຫ່ງຊາດ ຕ້ອງໄດ້ຍົກອອກບັນດາມາດຕະຖານລະອຽດໃນການຫຼຸດຜ່ອນຈໍານວນກໍລະນີ ແລະ ເດັກຖືກທໍາຮ້າຍລົງໃນໄລຍະ 5 10 ປີ ຈະມາເຖິງ, ພ້ອມກັບບັນດາມາດຕະການແກ້ໄຂ ແລະ ຈັດແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ບັນດາອົງການມີສ່ວນກ່ຽວຂ້ອງຢ່າງລະອຽດ”.

        ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ສະໜີໃຫ້ຍູ້ແຮງການປ່ຽນແປງໃໝ່ວຽກງານຖະແຫຼງຂ່າວໂຄສະນາ, ເຜີຍແຜ່, ສຶກສາກ່ຽວກັບກົດໝາຍວ່າດ້ວຍການປົກປ້ອງ ແລະ ເບິ່ງແຍງດູແລເດັກ ເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນວັນນະ. 

ຕອບກັບ

ຂ່າວ/ບົດ​ອື່ນ