ສ້າງຕັ້ງກຸ່ມໃຫ້ຄຳປຶກສາພາຍໃນປະເທດຕາມຂໍ້ກຳນົດໃນສັນຍາ EVFTA

(VOVWORLD) -ພາລະໜ້າທີ່ຂອງກຸ່ມ DAG ຫວຽດນາມ ແມ່ນເຕົ້າໂຮມ, ສະເໜີທັດສະນະ ແລະ ຍົກອອກຂໍ້ສະເໜີແນະ, ໃຫ້ຄຳປຶກສາສຳລັບການປະຕິບັດພາກການຄ້າ
ສ້າງຕັ້ງກຸ່ມໃຫ້ຄຳປຶກສາພາຍໃນປະເທດຕາມຂໍ້ກຳນົດໃນສັນຍາ EVFTA - ảnh 1(ພາບປະກອບ: congthuong.vn)

ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນຮົ່ງຢຽນ ຫາກໍ່ເຊັນປະກາດໃຊ້ຂໍ້ຕົກລົງສ້າງຕັ້ງກຸ່ມໃຫ້ຄຳປຶກສາພາຍໃນປະເທດ (Domestic Advisory Group - DAG) ຫວຽດນາມ ຕາມຂໍ້ກຳນົດໃນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA). ພາລະໜ້າທີ່ຂອງກຸ່ມ DAG ຫວຽດນາມ ແມ່ນເຕົ້າໂຮມ, ສະເໜີທັດສະນະ ແລະ ຍົກອອກຂໍ້ສະເໜີແນະ, ໃຫ້ຄຳປຶກສາສຳລັບການປະຕິບັດພາກການຄ້າ ແລະ ພັດທະນາແບບຍືນຍົງຂອງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EVFTA), ເໝາະສົມກັບຄຳໝັ້ນສັນຍາຢູ່ສັນຍາ. ບັນດາທັດສະນະ ແລະ ຂໍ້ສະເໜີແນະດັ່ງກ່າວຈະໄດ້ຍື່ນຕໍ່ຄະນະກຳມະການການຄ້າ ແລະ ພັດທະນາແບບຍືນຍົງຂອງ EVFTA. ສະມາຊິກກຸ່ມ DAG ຫວຽດນາມ ແມ່ນບັນດາສະຫະສະມາຄົມ, ອົງການບໍ່ຂຶ້ນກັບລັດຖະບານ, ອົງການປອດກຳໄລຂອງຫວຽດນາມ, ໄດ້ສ້າງຕັ້ງ ແລະ ເຄື່ອນໄຫວຖືກຕາມກົດໝາຍຢູ່ຫວຽດນາມ, ຕາງໜ້າໃຫ້ບັນດາຜົນປະໂຫຍດອັນຊອບທຳຂອງຫວຽດນາມ ກ່ຽວຂ້ອງເຖິງການຄ້າ ແລະ ການພັດທະນາແບບຍືນຍົງ. ກຸ່ມ DAG ຫວຽດນາມ ລວມມີ 3 ພາກສ່ວນແມ່ນ: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ; ສ່ວນປະກອບຂອງບັນດາພາກສ່ວນໄດ້ຈັດແບ່ງມີຄວາມດຸນດ່ຽງກັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ