ສ້າງຕັ້ງ“ກອງທຶນເພື່ອເຈ່ືອງຊາຮັກແພງ”ແຂວງແຄງຮ່ວາ

ສ້າງຕັ້ງ“ກອງທຶນເພື່ອເຈ່ືອງຊາຮັກແພງ”ແຂວງແຄງຮ່ວາ - ảnh 1
ພາບປະກອບ:internet

(vovworld)- ວັນ​ທີ 3/6, ຄະນະ​ຂົນຂວາຍ“ກອງ​ທຶນ​ເພື່ອ​ເຈື່ອງ​ຊາ​ຮັກ​ແພງ”​ແຂວງ ​ແຄງ​ຮ່ວາ ​ໄດ້ວາງ​ແຜນການ​ຜັນ​ຂະຫຍາຍ​ຈັດ​ຕັ້ງ​ການ​ຂົນ​ຂວາ​ຍບັນດາ​ອົງການ, ຫົວຫນ່ວຍ, ວິ​ສາ​ຫະກິດ ​ແລະ ສ່ວນບຸກຄົນ ຢູ່ ບໍລິ​ເວນ​ແຂວງ ສະ​ໝັກໃຈ​ບໍລິ​ຈາກໃຫ້​ແກ່​ກອງ​ທຶນ​ດັ່ງກ່າວ​ໃນ​ປີ​ນີ້. ຕາມ​ນັ້ນ​ແລ້ວ, ຄະນະ​ກຳມະການ​ປະຊາຊົນ ​ແຂວງ ​ແຄງ​ຮ່ວາ ​ໄດ້​ມີ​ຈົດ​ໝາຍ​ຂົນ​ຂວາ​ຍ, ຮຽກຮ້ອງ ການ​ຕອບ​ສະຫນອງ​ຢ່າງ​ຕັ້ງຫນ້າ​ຂອງ​ທັງ​ວົງ​ຄະນາ​ຍາດ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ນາຍ​ທະຫານ ​ແລະ ປະຊາຊົນ​ເມືອງ​ເກາະ ​ເຈື່ອງ​ຊາ. ນອກ​ນັ້ນ ກອງ​ທຶນ​ດັ່ງກ່າວ ຍັງ​ຫນູນ​ຊ່ວຍທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​​ໃຫ້​ແກ່​ບັນດາ​ຄອບຄົວ​ມີ​ລູກ​ຫລານ​ພວມ​ປະຕິບັດ​ຫນ້າ​ທີ່ ​ແລະ ດຳລົງ​ຊີວິດ​ຢູ່ ໝູ່​ເກາະ ​ເຈື່ອງ​ຊາ. ການ​ບໍລິຈາກ​ດ້ວຍ​ເງິນ, ​ເຄື່ອງ​ຂອງ, ຊັບ​ສິນ ​ແມ່ນ​ສົ່ງ​ເຖິງ​ກອງ​ບັນຊາ​ການ​ທະຫານ​​ແຂວງ ​ແຄງ​ຮ່ວາ. ການ​ຂົນຂວາຍ​ບໍລິຈາກ​ຈະ​ຖືກ​ຈັດ​ຂຶ້ນ​​ປະຈຳ​ໃນ​ປີ.

ຂ່າວ/ບົດ​ອື່ນ