ສ້າງຕັ້ງຄະນະກຳມະການປະສົມຮ່ວມມືເສດຖະກິດການຄ້າແລະການລົງທຶນຫວຽດນາມ-ເມັກຊີໂກ

ສ້າງຕັ້ງຄະນະກຳມະການປະສົມຮ່ວມມືເສດຖະກິດການຄ້າແລະການລົງທຶນຫວຽດນາມ-ເມັກຊີໂກ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 04/02, ນອກ​ພິທີ​ລົງ​ນາມ​​ໃນສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ຢູ່ Auckland, ນິວຊີ​ແລນ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ ແລະ ການ​ຄ້າ ຫວູຮູ​ຍຮ່ວາງ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ ​ເມັກ​ຊີ​ໂກ Ildefonso Guajardo Villarreal ​ໄດ້ລົງ​ນາມ​​ໃນຂໍ້​ຕົກລົງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ​ຂັ້ນ​ກະຊວງ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົ​ງທຶນ​ລະຫວ່າງ ຫວຽດນາມ - ​ເມັກ​ຊີ​ໂກ. ຄະນະ​ກຳມະການ​ນີ້ ​ໂດ​ຍລັດຖະມົນຕີ 2 ທ່ານ​ເປັນ​ປະທານ​ຮ່ວມ ທີ່ ຈະ​ແມ່ນ​ກົນ​ໄກ​ແລກປ່ຽນ, ກຳນົດ ​ແລະ ປະສານບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

        ​ແລະ​ໃນ​ວັນ​ດຽວ​ກັນ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ​ໄດ້ປະກາດ​ເນື້ອ​ໃນ​ຄົບ​ຊຸດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ດ້ວຍພາສາ​ອັງກິດ, ຝະລັ່ງ ​ແລະ ​ແອັດ​ສະ​ປາຍ ​ຊຶ່ງ​ບັນດາ​ປະ​ເທດ​​​ໄດ້ເຊັນຢັ້ງຢືນກ່ຽວ​ກັບ​ເນື້ອ​ໃນ ​ແລ​ະ ມີມູນ​ຄ່າ​ດ້ານ​ນິຕິ​ກຳ​ເທົ່າ​ທຽມກັນ​ຢູ່​ເວັບ​ໄຊ: ttp.moit.gov.vn . ຄຽງ​ຂ້າງ​ນັ້ນ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ກໍ່​ປະກາດ​ເອກ​ກະສາ​ນດ້ວຍ​ພາສາ ຫວຽ​ດນາມ ​ໂດຍ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວຂ້ອງ​ປະຕິບັດ.

 

ຂ່າວ/ບົດ​ອື່ນ