ສ້າງຕັ້ງຄະນະຈັດຕັ້ງ SEA Games 31 ແລະ ASEAN Para Games 11

(VOVWORLD) - ວັນເວລາດຳເນີນ SEA Games 31 ຄາດວ່າຈະແມ່ນທ້າຍເດືອນ ພະຈິກ ຫາ ຕົ້ນເດືອນ ທັນວາ ປີ 2021; ສ່ວນ ASEAN Para Games 11 ຄາດວ່າຈະດຳເນີນໃນທ້າຍເດືອນ ທັນວາ 2021.
ສ້າງຕັ້ງຄະນະຈັດຕັ້ງ SEA Games 31 ແລະ ASEAN Para Games 11 - ảnh 1 (ພາບປະກອບ / baochinhphu.vn)

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຫາກໍ່ເຊັນຂໍ້ຕົກລົງວ່າດ້ວຍການສ້າງຕັ້ງຄະນະຈັດຕັ້ງງານມະຫາກຳກິລາອາຊຽນ ຄັ້ງທີ 31 (SEA Games 31) ແລະ ງານມະຫາກຳກິລາຄົນພິການອາຊຽນ ຄັ້ງທີ 11 (ASEAN Para Games 11) ປີ 2021 ຢູ່ ຫວຽດນາມ. ຕາມນັ້ນແລ້ວ, ຄະນະຈັດຕັ້ງ SEA Games 31 ລວມມີສະມາຊິກ 35 ຄົນ, ຄະນະຈັດຕັ້ງ ASEAN Para Games 11 ລວມມີສະມາຊິກ 25 ຄົນ, ໂດຍທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເປັນຫົວໜ້າ.

        ຄາດວ່າ SEA Games 31 ຈະມີການແຂ່ງຂັນກິລາ 36 ປະເພດ, ASEAN Para Games 11 ຈະມີ 14 ປະເພດ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເປັນຜູ້ກຳນົດຢ່າງລະອຽດກ່ຽວກັບປະເພດກິລາ ແລະ ລາຍງານຕໍ່ຄະນະຊີ້ນຳເພື່ອຕັດສິນ. ວັນເວລາດຳເນີນ SEA Games 31 ຄາດວ່າຈະແມ່ນທ້າຍເດືອນ ພະຈິກ ຫາ ຕົ້ນເດືອນ ທັນວາ ປີ 2021; ສ່ວນ ASEAN Para Games 11 ຄາດວ່າຈະດຳເນີນໃນທ້າຍເດືອນ ທັນວາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ