ສ້າງຕັ້ງຄະນະຊີ້ນຳແຫ່ງຊາດຈັດຕັ້ງງານມະຫາກຳກິລາ SEA Games 31 ແລະ ອາຊຽນ Para Game 11

(VOVWORLD) -  ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ຕົກລົງສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການຈັດຕັ້ງງານມະຫາກຳກິລາ ອາຊຽນ ຄັ້ງທີ 31 (SEA Game 31) ແລະ ງານມະຫາກຳກິລາຄົນພິການ ອາຊຽນ ຄັ້ງທີ 11 (ASEAN Para Game 11) ປີ 2021 ຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເປັນຫົວໜ້າຄະນະຊີ້ນຳ.
ສ້າງຕັ້ງຄະນະຊີ້ນຳແຫ່ງຊາດຈັດຕັ້ງງານມະຫາກຳກິລາ SEA Games 31 ແລະ ອາຊຽນ Para Game 11 - ảnh 1ຄະນະນັກກິລາ ຫວຽດນາມ (ພາບ: TTXVN) 

        ຄະນະຊີ້ນຳມີໜ້າທີ່ຊ່ວຍນາຍົກລັດຖະມົນຕີຊີ້ນຳ, ບໍລິຫານ, ສົມທົບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ໃນການກະກຽມ ແລະ ຈັດຕັ້ງ SEA Game 31, ASEAN Para Game 11; ກະຕຸກຊຸກຍູ້ການປະຕິບັດບັນດາຄຳຊີ້ນຳຂອງນາຍົກລັດຖະມົນຕີ; ຕັດສິນກ່ຽວກັບຂອບຂະໜາດ, ວັນເວລາ, ສະຖານທີ່ຈັດຕັ້ງ SEA Game 31 ແລະ ASEAN Para Game 11 ຢ່າງລະອຽດ (ນອກຈາກສະຖານທີ່ຈັດຕັ້ງຕົ້ນຕໍຢູ່ນະຄອນ ຮ່າໂນ້ຍ); ຕັດສິນສ້າງຕັ້ງຄະນະຈັດຕັ້ງ SEA Game 31 ແລະ ASEAN Para Game 11 ຢູ່ຂັ້ນສູນກາງ ໂດຍທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວເປັນຫົວໜ້າຄະນະ.

ຕອບກັບ

ຂ່າວ/ບົດ​ອື່ນ