ສ້າງຕັ້ງມະຫາວິທະຍາໄລໄອຍະການຮ່າໂນ້ຍໃຫ້ພັດທະນາທຽບເທົ່າກັບພາກພື້ນ ເທື່ອລະກ້າວ

ສ້າງຕັ້ງມະຫາວິທະຍາໄລໄອຍະການຮ່າໂນ້ຍໃຫ້ພັດທະນາທຽບເທົ່າກັບພາກພື້ນ ເທື່ອລະກ້າວ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ປະກາດ​ຂໍ້​ຕົກລົງ​ສ້າງ​ຕັ້ງມະຫາວິທະຍາ​ໄລ​ໄອ​ຍະ​ການ​ຮ່າ​ໂນ​້ຍ)


(vovworld) -  ກ່າວ​ຄຳ​ເຫັນ​ທີ່​ພິທີ່ປະກາດ​ຂໍ້​ຕົກລົງ​ສ້າງ​ຕັ້ງມະຫາວິທະຍາ​ໄລ​ໄອ​ຍະ​ການ​ຮ່າ​ໂນ​້ຍ, ​ໃນຕອນ​ເຊົ້າ​ວັນ​ທີ 25/05, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ​ໄດ້​ຮຽກຮ້ອງ​​ໃຫ້ການ​ນຳ​ໂອ​ຍະ​ການ​ປະຊາຊົນ​ສູນ​ສຸດ ສຸມ​ໃສ່​ກຳ​ນົດຄາດໝາຍ, ຂອບ​ເຂດ​ບຳລຸງ​ສ້າງ​ໃຫ້​​ແທ​ດ​ເໝາະ​ກັບ​ຄວາມ​ຕ້ອງການ​ພະນັກງານ​ຂອງຂະ​ແໜງ, ວຽກ​ງານຮັບ​ເອົາ​ນັກຮຽນ​ຕ້ອງ​ເໝ​າະສົມ​ກັບ​ຄວາມ​ຕ້ອງການ​ນຳ​ໃຊ້​ພະນັກງານ, ພິ​ເສດ​ແມ່ນ​ຢູ່​ບັນດາ​ທ້ອງ​ຖິ່ນ​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ທີ່ມີ​ກົນ​ໄກ​ດຶງ​ດູດ​ຜູ້​ທີ່​ສຸດ​ຈິດ​ສຸດ​ໃຈ, ມີ​ຄຸນ​ສົມບັດ, ມີ​ຄວາມ​ສາມາດ, ປ່ຽນ​ໃໝ່​ວຽກ​ງານ​ສິດ​ສອນ ຕິດ​ພັນ​ກັບ​ພຶດຕິ​ກຳ​ຕົວ​ຈິງ. ທ່ານ​ປະທານ​ປະ​ເທດ ​ກໍ​ສະ​ເໜີ​ໃຫ້​ໄອ​ຍະ​ການ​ປະຊາຊົນ​ສູນ​ສຸດ ຄວນສົມ​ທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງທ້ອງ​ຖິ່ນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ສ້າງ​ເງື່ອນ​ໄຂ​​ກ່ຽວ​ກັບແຫຼ່ງກຳລັງ​ໃຫ້​ມະຫາວິທະຍາ​ໄລ​ໄອ​ຍະ​ການ​ຮ່າ​ໂນ​້ຍ ​ເຄື່ອນ​ໄຫວ​​ເປັນ​ປົກກະຕິໂດຍ​ໄວ. ທາງ​ໂຮງຮຽນ​ຕ້ອງ​ເປັນ​ເຈົ້າ​ການ​ຮ່ວມ​ມື​ກັບ​ບັນດາ​ມະຫາວິ​ທະຍາ​ໄລ​ຢູ່ພາຍ​​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ຢ່າງ​ແໜ້ນ​ແຟ້ນ, ສູ້​ຊົນ​ນຳ​ມະຫາວິທະຍາ​ໄລ​ໄອ​ຍະ​ການ​ຮ່າ​ໂນ້ຍ ​ໃຫ້ພັດທະນາ​ກາຍ​ເປັນ​ມະຫາວິທະຍາ​ໄລ​ຈຸດ​ສຸມ​ແຫ່ງ​ຊາດ ​ແລະ ​ທຽບເທົ່າ​ ​ກັບ​ພາກ​ພື້ນ​​ເທື່ອລະ​ກ້າວ.

ຂ່າວ/ບົດ​ອື່ນ