ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ພັດ​ທະ​ນາດ້ານ​ເສດ​ຖະ​ກິດ​​ໝູນ​ວຽນທຳ​ອິດ​ຢູ່ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ນະຄອນໂຮ່ຈີມິນ , ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ໄດ້ຈັດພິທີປະກາດຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສະຖາບັນຄົ້ນຄ້ວາພັດທະນາເສດຖະກິດໝູນວຽນ - ICED ຂຶ້ນກັບມະຫາວິທະຍາໄລດັ່ງກ່າວ. ນີ້ແມ່ນສະຖາບັນຄົ້ນຄ້ວາພັດທະນາເສດຖະກິດໝູນວຽນແຫ່ງທຳອິດທີ່ໄດ້ສ້າງຕັ້ງຢູ່ ຫວຽດນາມ.
ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ພັດ​ທະ​ນາດ້ານ​ເສດ​ຖະ​ກິດ​​ໝູນ​ວຽນທຳ​ອິດ​ຢູ່ ຫວຽດ​ນາມ - ảnh 1ພິທີປະກາດຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສະຖາບັນຄົ້ນຄ້ວາພັດທະນາເສດຖະກິດໝູນວຽນ - ICED 

ການສ້າງຕັ້ງ    ICED ແມ່ນເພື່ອແນໃສ່ປະກອບສ່ວນຊຸກຍູ້ການຫັນປ່ຽນຈາກພື້ນຖານເສດຖະກິດຂຶ້ນທຳອິດ (ໝາຍຄວາມວ່າແມ່ນການຄົ້ນຄ້ວາຊັບພະຍາກອນ, ນຳໃຊ້ ແລະ ປະຖິ້ມ) ໄປສູ່ ພື້ນຖານເສດຖະກິດໝູນວຽນ (ໝາຍຄວາມວ່າແມ່ນການນຳໃຊ້ແຫຼ່ງຊັບພະຍາກອນຢ່າງປະຢັດ, ສ້າງຊັບພະຍາກອນຄືນໃໝ່, ເພີ່ມການຳໃຊ້ຜະລິດຕະພັນດ້ວຍການນຳໃຊ້ ແລະ ຜະລິດຕະພັນຄືນໃໝ່) . ICED ຈະຄົ້ນຄ້ວາ ແລະ ສະໜອງບັນດາຄວາມຮູ້, ມາດຕະການທາງດ້ານວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງເພື່ອນຳໃຊ້, ພັດທະນາຮູບແບບ “ເສດຖະກິດໝູນວຽນ”, ເຊື່ອມຕໍ່ ຫວຽດນາມເຂົ້າກັບພື້ນຖານເສດຖະກິດໝູນວຽນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ