ສ້າງຕັ້ງສະມາຄົມໃຫຍ່ຊາວ ຫວຽດນາມ ຢູ່ ອິນເດຍ ແລະ Nepal

(VOVWORLD) - ວັນທີ 18 ມິຖຸນາ, ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ New Delhi ໄດ້ດຳເນີນກອງປະຊຸມໃຫຍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ອິນເດຍ ແລະ Nepal ຄັ້ງທີ 1. 

ສ້າງຕັ້ງສະມາຄົມໃຫຍ່ຊາວ ຫວຽດນາມ ຢູ່ ອິນເດຍ ແລະ Nepal - ảnh 1 ບັນດາຜູ້ແທນເຂົ້າຮ່ວມພິທີ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕນຊິງແທ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ທັງຮັບຜິດຊອບ Nepal ແລະ Bhutan ໄດ້ຢືນຢັນນີ້ແມ່ນເຫດການສຳຄັນ ແລະ ແມ່ນບາດກ້າວພັດທະນາໃຫມ່ໃນການດຳເນີນຊີວິດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິນເດຍ ແລະ Nepal. ທ່ານເອກອັກຄະລັດຖະທູດ ໂຕນຊິງແທ່ງ ໃຫ້ຮູ້ວ່າ:  ໃນຊຸມປີມໍ່ໆມານີ້, ປະຊາຄົມຊາວ ຫວຽດນາມ ຢູ່ ອິນເດຍ ແລະ Nepal ນັບມື້ນັບຫຼາຍ, ເລີ່ມມີການເຄື່ອນໄຫວລວມ ແລະ ນັບມື້ນັບມີການສະໜິດຕິດພັນນຳກັນກ່ວາ. ທ່ານເອກອັກຄະລັດຖະທູດ ໂຕນຊິງແທ່ງ ກໍ່ແຈ້ງໃຫ້ເຂົາເຈົ້າໄດ້ຮັບຊາບກ່ຽວກັບສະພາບການພັດທະນາຂອງປະເທດຊາດ ແລະ ການພັດທະນາຂອງການພົວພັນ ຫວຽດນາມ - ອິນເດຍ.

        ກອງປະຊຸມໃຫຍ່ໄດ້ເຫັນດີເປັນເອກະສັນສ້າງຕັ້ງສະມາຄົມໃຫຍ່ຊາວ ຫວຽດນາມ ປະຈຳ ອິນເດຍ ແລະ Nepal. ສະມາຄົມໃຫຍ່ຈະເສີມຂະຫຍາຍບົດບາດຕິດພັນບັນດາປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິນເດຍ ແລະ Nepal, ໜູນຊ່ວຍ, ຮ່ວມສຳພັນ, ພົວພັນແລກປ່ຽນເພື່ອຊ່ວຍເຫຼືອກັນ, ຈັດຕັ້ງບັນດາການເຄື່ອນໄຫວລວມ ເພື່ອອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ແລະ ຜັນຂະຫຍາຍການສອນພາສາ ຫວຽດນາມ ໃຫ້ແກ່ລູກຫຼານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ