ສ້າງ​ຕັ້ງສະ​ຫະ​ພັ​ນກິ​ລາ ມວຍປ້ຳ ຫວຽດ​ນາມ

(VOVWORLD) -ວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນສ້າງຕັ້ງ ສະຫະພັນ ກິລາມວຍປ້ຳ ຫວຽດນາມ ອາຍຸການ 2019 – 2024.
ສ້າງ​ຕັ້ງສະ​ຫະ​ພັ​ນກິ​ລາ ມວຍປ້ຳ ຫວຽດ​ນາມ - ảnh 1 ກອງປະຊຸມໃຫຍ່ຜູ້ແທນສ້າງຕັ້ງ ສະຫະພັນ ກິລາມວຍປ້ຳ ຫວຽດນາມ ອາຍຸການ 2019 – 2024 

ກອງປະຊຸມໃຫຍ່ໄດ້ເລືອກເອົາທ່ານ ລີ໊ຢຸຍແທັງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຢາເລິມ (ຮ່າໂນ້ຍ) ເປັນປະທານສະຫະພັນ ກິລາມວຍປ້ຳ ຫວຽດນາມ ອາຍຸການ 2019 – 2024. ນອກຈາກນັ້ນ, ກອງປະຊຸມໃຫຍ່ກໍ່ເລືອກເອົາ ຮອງປະທານສະຫະພັນ 4 ທ່ານ, ໃນນັ້ນທ່ານ ຫງວຽນເທ໊ລອງ - ຫົວໜ້າ ປະເພດກິລາມວຍປ້ຳ, ກົມໃຫຍ່ກິລາ - ກາຍຍະກຳ ຫວຽດນາມ ເປັນເລຂາທິການໃຫຍ່ສະຫະພັນ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ເຈິ່ງດຶກເຟິ໊ນຮອງຫົວໜ້າກົມໃຫຍ່ກິລາ - ກາຍຍະກຳ ຢັ້ງຢືນວ່າ:

        “ການຈັດຕັ້ງ ກອງປະຊຸມໃຫຍ່ ສ້າງຕັ້ງສະຫະພັນກິລາມວຍປ້ຳ ຫວຽດນາມເປັນການສ້າງຂີດໝາຍການຫັນປ່ຽນທີ່ໜ້າຍອມຮັບຂອງພະນັກງານ, ຄູຝຶກ, ນັກກິລາມວຍປ້ຳລຸ້ນຕ່າງໆ. ໃນຊຸມປີທີ່ຜ່ານມາ, ກິລາປະເພດມວຍປ້ຳ ຫວຽດນາມບັນລຸໄດ້ບັນດາບາດກ້າວພັດທະນາຢ່າງແຮງທັງກ່ຽວກັບຂະບວນການ ກໍ່ຄືໃນການແຂ່ງຂັນລະດັບສູງ. ກິລາປະເພດມວຍປ້ຳພື້ນເມືອງ ໄດ້ກາຍເປັນອາຫານທາງດ້ານຈິດໃຈທີ່ຂາດໄດ້ບໍ່ໃນບັນດາວັນງານບຸນຂອງປະເທດຊາດ ແລະ ກໍ່ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ທ້ອງຖິ່ນຕ່າງໆ. ຜົນງານ ຂອງ ບັນດານັກກິລາມວຍປ້ຳໄດ້ສ້າງຂີດໝາຍຢູ່ບັນດາເວທີໃນພາກພື້ນ ແລະ ສາກົນ. ເພາະສະນັ້ນ, ຄວາມຈຳເປັນໃນການສ້າງຕັ້ງອົງການສັງຄົມອາຊີບ ກິລາປະເພດມວຍປ້ຳແມ່ນເພື່ອແນໃສ່ນຳ ກິລາປະເພດມວຍປ້ຳນັບມື້ນັບພັດທະນາ, ເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກ້ວາງແຂວງ ບົນເວທີແຂ່ງຂັນສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ