ສ້າງຕັ້ງສະຫະພັນມວຍ Vovinam - ມວຍຫວຽດ ກຸ່ມບັນດາປະເທດ ອາຣັບ

(VOVWORLD) - ບັນດາສະຫະພັນ Vovinam - ມວຍຫວຽດກຸ່ມບັນດາປະເທດ ອາຣັບ ໄດ້ຈັດຕັ້ງກອງປະຊຸມແຕ່ວັນທີ 07-08 ທັນວາ ຢູ່ນະຄອນຫລວງ Algiers ແລະ ສ້າງຕັ້ງສະຫະພັນ Vovinam ກຸ່ມບັນດາປະເທດ ອາຣັບ ຢ່າງເປັນທາງການ.
ສ້າງຕັ້ງສະຫະພັນມວຍ Vovinam - ມວຍຫວຽດ ກຸ່ມບັນດາປະເທດ ອາຣັບ - ảnh 1 ສ້າງຕັ້ງສະຫະພັນມວຍ Vovinam - ມວຍຫວຽດ ກຸ່ມບັນດາປະເທດ ອາຣັບ (ພາບ: TTXVN)

ທ່ານ ມາຍຫືວຕີ໋ນ ປະທານສະຫະພັນ Vovinam - ມວຍຫວຽດສາກົນໄດ້ເຂົ້າຮ່ວມເຫດການນີ້.

        ທີ່ກອງປະຊຸມ, ທ່ານປະທານສະຫະພັນ Vovinam ໂລກ ມາຍຫືວຕີ໋ນ ໄດ້ຢືນຢັນວ່າ: ນີ້ແມ່ນບາດກ້າວດີທີ່ສຸດ, ຊ່ວຍພັດທະນາມວຍ Vovinam ຢູ່ບັນດາປະເທດ ອາຣັບຢ່າງແຮງກວ່າ. ຕາງໜ້າໃຫ້ສະຫະພັນມວຍ Vovinam - ມວຍຫວຽດນາມ ແລະ ສະຫະພັນ Vovinam - ມວຍຫວຽດ ສາກົນ, ທ່ານ ມາຍຫືວຕີ໋ນ ໃຫ້ຄຳໝັ້ນສັນຍາວ່າ: ຈະມານະພະຍາຍາມພັດທະນາ Vovinam ຢູ່ພາກພື້ນ ອາຟຣິກກາ ກໍ່ຄືໃນກຸ່ມ ອາຣັບ ໃນອະນາຄົດກ່ວາອີກ.

ໝາກຜົນທີ່ບັນລຸໄດ້ພາຍຫລັງດຳເນີນກອງປະຊຸມມາເປັນເວລາ 2 ວັນ, ທ່ານ Mohamed Djouadj ປະທານສະຫະພັນມວຍ  Vovinam - ມວຍຫວຽດ  Algiers  ທັງເປັນປະທານສະຫະພັນມວຍ Vovinam - ມວຍຫວຽດ ອາຟຣິກກາ ແລະ ເປັນຮອງປະທານສະຫະພັນມວຍ Vovinam - ມວຍຫວຽດສາກົນ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນປະທານສະຫະພັນມວຍ Vovinam - ມວຍຫວຽດກຸ່ມບັນດາປະເທດ ອາຣັບ.

ຕອບກັບ

ຂ່າວ/ບົດ​ອື່ນ