ສ້າງຕັ້ງສະຫະພັນມວຍ Vovinam ຫວຽດນາມ Algeria

ສ້າງຕັ້ງສະຫະພັນມວຍ Vovinam ຫວຽດນາມ Algeria - ảnh 1
ການແຂ່ງຂັນ ມວຍVovinam
(ພາບປະກອບ)

(vovworld) – ສະຫະພັນ ມວຍ Vovinam ຫວຽດນາມ ​Algeria ຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນຢ່າງ​ເປັນ​ທາງ​ການ​ທີ່​ກອງ​ປະຊຸມ​ໃຫຍ່​​ທີ່​​ດຳ​ເນີນ​ໃນ​ວັນ​ດຽວ​ກັນ​ຢູານະຄອນຫຼວງ Alger. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ແຫ່ງ​ຊາດ ມວຍ Vovinam ຫວຽດນາມ Algeria ​ໄດ້​ມອບ​ຫຼຽນ​ທີ່​ລະນຶກ​ໃຫ້​ແກ່​ເອກ​ອັກ​ຄະ​ລັດຖະທູ​ດ ຫວຽດນາມ ປະຈຳ Algeria ທ່ານ ຫວູ​ເທ໋ຮຽບ ​ຍ້ອນມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຊ່ວຍ ມວຍ Vovinam ນັບ​ມື້​ນັບ​ພັດທະນາ. ກອງ​ປະຊຸມ​ໃຫຍ່​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຮັບຮອງ​ເອົາ​ກົດ​ລະບຽບ​ຂອງ​ສະຫະພັນ, ​ເລືອກ​ຕັ້ງ​ປະທານ ​ແລະ ຄະນະ​ບໍລິຫານ​ງານ​ສະຫະພັນ​ລວມມີສະມາຊິກ 8 ຄົນ. ດ້ວຍ​ບັດ​​ເລືອກ​ຕັ້ງ 100%, ນັກ​ມວຍ Diouadj Mohamed, ອະດີດ​ປະທານ​ຄະນະ​ກຳມະການມວຍ Vovinam ຫວຽດນາມ, ກາຍ​ເປັນ​​ປະທານ​ຜູ້​ທຳ​ອິດ​ຂອງ​ສະຫະພັນມວຍ Vovinam ຫວຽດນາມ Algeria. ດ້ວຍ​ການ​ສ້າງ​ຕັ້ງ​​ສະຫະພັນ, ມວຍ Vovinam ​ໄດ້​ກາຍ​ເປັນ​ອົງການ​ກິລາ​ລະດັບ​ຊາດ​ທີ່ເຕົ້າ​ໂຮມ​ນັກຮຽນ 12.000 ຄົນທີ່​ມາ​ຈາກ 17 ສະ​ໂມສອນ​ທີ່ຂຶ້ນ​ກັບ 32 ​ແຂວງ, ນະຄອນ.

 

 

ຂ່າວ/ບົດ​ອື່ນ