ສ້າງຕັ້ງສະຫະສະມາຄົມຊາວຫວຽດນາມຢູ່ເອີລົບ

ສ້າງຕັ້ງສະຫະສະມາຄົມຊາວຫວຽດນາມຢູ່ເອີລົບ - ảnh 1
ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່

(vovworld) – ວັນ​ທີ 29/10, ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ​ໜຶ່ງ ສະ​ຫະ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢ​ູ່ ເອີ​ລົບ ຢູ່​ນະ​ຄອນຫຼວງ ປ​ຣາ​ຮາ, ສ. ເຊັກ​ໂກ, ເປັນ​ຂີດ​ໝາຍ​ໃຫ້​ການ​ສ​້າງ​ຕັ້ງ​ຂອງ​ອົງ​ການ​ເອ​ກະ​ພາບ​ຂອງ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ ເອີ​ລົບ ຢ່າງ​ເປັນ​ທາງ​ການ. ບັນ​ດາ​ຜູ້​ແທນ​ທີ່​ຕາງ​ໜ້າ​ໃຫ້​ບັນ​ດາ​ອົງ​ການ​ລັດ, ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ ເອີ​ລົບ ລ້ວນ​ແຕ່​ຮັບ​ຮູ້​ການ​ເຕີບ​ໃຫຍ່ ແລະ ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ ເອີ​ລົບ ກໍ່​ຄື​​ການ​ເຄື່ອນ​ໄຫວ​ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ. ທ່ານ​ນາງ ເຈືອງ​ທິ​ງອກ​ແອ໋ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ໄດ້​ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລ​ີ່ມ​ສ້າງ​ຕັ້ງ​ອົງ​ການ​ໃຫມ່ນີ້​ຂອງ​ຊາວ ຫວຽດ​ນາມ ຢູ່​ເອີ​ລົບ:

        “ສະ​ຫະ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ ເອີ​ລົບ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຈະ​ຮັດ​ແໜ້ນ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ ເອີ​ລົບ​ນຳ​ກັນ. ແລະ​ຜ່ານ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ​ເອີ​ລົບ ກໍ່​ມີ​ການ​ແບ່ງ​ປັນ​ຂໍ້​ມ​ູນ​ຂ່າວ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ, ພິ​ເສດ​ແມ່ນ​ການ​ຊອກ​ຮູ້​ຄວາມ​ຮູ້​ດ້ານ​ກົດ​ໝາຍ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ​ເພື່ອ​ພ້ອມ​ກັນ​ປະ​ຕິ​ບັດ​ສິດ​ຂອງ​ພົນ​ລະ​ເມືອງຢ​ູ່​ທີ່ນີ້​ເປັນ​ຢ່າ​ງ​ດີ. ທີ​ສອງ​ແມ່ນ, ມັນ​ຊຸກ​ຍູ້​ຂະ​ບວນ​ການ​ແຂ່ງ​ຂັນ​ປະ​ກອບ​ສ່ວນ​ໃຫ້​ແກ່​ຊີ​ວິດ​ຂອ​ງ​ພໍ່​ແມ່​ປະ​ຊາ​ຊົນ​ນັບ​ມື້​ນັບ​ດີ​ຂຶ້ນ, ພ້ອມ​ກັນ​ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງອ່ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.”


ຂ່າວ/ບົດ​ອື່ນ