ສ້າງຕັ້ງ​ສະ​ຫະ​ສະ​ມາ​ຄົມ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ Logistics ຫວຽດ​ນາມ

(VOVWORLD) -ກອງປະຊຸມໃຫຍ່ໄດ້ເລືອກຕັ້ງບັນດາຕຳແໜ່ງຫຼັກ ຂອງສະຫະສະມາຄົມພັດທະນາຊັບພະຍາກອນມະນຸດ Logistics ຫວຽດນາມ ອາຍຸການ 2021 – 2024, ໃນນັ້ນທ່ານ ມາຍຊວັນທຽວ (ມະຫາວິທະຍາໄລແຫ່ງຊາດ ບ່າເຣຍ - ວຸງເຕົາ) ຕຳແໜ່ງປະທານສະຫະສະມາຄົມ.
ສ້າງຕັ້ງ​ສະ​ຫະ​ສະ​ມາ​ຄົມ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ Logistics ຫວຽດ​ນາມ - ảnh 1ກອງປະຊຸມໃຫຍ່ຄັ້ງທີ 1, ອາຍຸການ 2021 – 2024 ຢ່າງເປັນທາງການ ຂອງສະຫະສະມາຄົມພັດທະນາແຫຼ່ງຊັບພະຍາກອນມະນຸດ Logistics ຫວຽດນາມ (ພາບ:  dangcongsan.vn)

ວັນທີ 24 ກໍລະກົດ, ສະຫະສະມາຄົມພັດທະນາແຫຼ່ງຊັບພະຍາກອນມະນຸດ Logistics ຫວຽດນາມ (Viet Nam Association for Logistics Manpower Development) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 1, ອາຍຸການ 2021 – 2024 ຢ່າງເປັນທາງການ. ກອງປະຊຸມໃຫຍ່ໄດ້ຈັດຕັ້ງຕາມຮູບການທາງອອນລາຍ. ສະມາຄົມພັດທະນາຊັບພະຍາກອນມະນຸດ Logistics ຫວຽດນາມ ແມ່ນອົງການຈັດຕັ້ງສັງຄົມ ວິຊາຊີບຂອງ ອົງການຈັດຕັ້ງ, ພົນລະເມືອງ ຫວຽດນາມ ເຂົ້າຮ່ວມການເຊື່ອມຕໍ່, ໜູນຊ່ວຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນໃນການເຄື່ອນໄຫວບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດກ່ຽວກັບ Logistic ແລະ ຄຸ້ມຄອງລະບົບການສະໜອງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ.

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງບັນດາຕຳແໜ່ງຫຼັກ ຂອງສະຫະສະມາຄົມພັດທະນາຊັບພະຍາກອນມະນຸດ Logistics ຫວຽດນາມ ອາຍຸການ 2021 – 2024, ໃນນັ້ນທ່ານ ມາຍຊວັນທຽວ (ມະຫາວິທະຍາໄລແຫ່ງຊາດ ບ່າເຣຍ - ວຸງເຕົາ) ຕຳແໜ່ງປະທານສະຫະສະມາຄົມ.

ແລະກໍ່ໃນກອງປະຊຸມໃຫຍ່, ຜູ້ຕາງໜ້າສະຫະສະມາຄົມພັດທະນາຊັບພະຍາກອນມະນຸດ Logistics ຫວຽດນາມ ໄດ້ປະກາດເລື່ອງເຊັນສັນຍາການຮ່ວມມືລະຫວ່າງ ສະຫະສະມາຄົມ ກັບບັນດາສະຫະສະມາຄົມຄູ່ຮ່ວມມື ລວມມີ: ສະຫະສະມາຄົມວິສາຫະກິດການບໍລິການ logistics ຫວຽດນາມ, ສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ, ສະຫະສະມາຄົມ Startup ແຫ່ງຊາດ

ຕອບກັບ

ຂ່າວ/ບົດ​ອື່ນ