ສ້າງຕັ້ງຫ້ອງການຮັບມືກັບເຊື້ອພະຍາດ Ebola

ສ້າງຕັ້ງຫ້ອງການຮັບມືກັບເຊື້ອພະຍາດ Ebola - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 11/8, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ສາທາລະນະ​ສຸກ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄດ້​​ໄປກວດກາ​ວຽກ​ງານກະກຽມ​ຮັບ​ມືກັບ​ ເຊື້ອພະຍາດ Ebola ຢູ່​ດ່ານ​ຊາຍ​ແດນ​ສາກົນ ​ໂນ້ຍບ່າຍ.

        ​ແລະ ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 11/8, ຢູ່​ສຳນັກງານ​ຂອງ​ກົມ​ການ​ແພດ​ສຳຮອງ, ກະຊວງ​ສາທາລະນະ​ສຸກ​ໄດ້ສ້າງ​ຕັ້ງ​ຫ້ອງການ​ຮັບ​ມື​ກັບ​​​ໂລກພະ ຍາດ ຕ່າງໆຢ່າງ​ເປັນ​ທາງ​ການ, ​ໃນ​ນັ້ນ​ມີ​​ພະຍາດ​ໄຂ້​ເລືອດ​ອອກ​ຍ້ອນ​ເຊື້ອ  Ebolaກໍ່​ຂຶ້ນ. ທ່ານ ​ເຈິ່ນດັກ​ຟູ, ຫົວໜ້າ​ກົມ​ການ​ແພດ​ສຳຮອງ. ຫົວໜ້າ​ຫ້ອງການ​ຮັບ​ມື​ກັບ​ໂລກພະຍາດຢ່າງ​ຮີບ​ດ່ວນ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຈະ​ກໍ່ສ້າງ​ແຜນການ​ຕິດຕາມ, ປະສານ​ງານ​ລະ ຫວ່າງ​ອະນຸ​ກຳມະການ​ທີ່​ຂຶ້ນ​ກັບ​ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ໂລກພະ ຍາດ​ທີ່​ອັນຕະລາຍ ​ແລະ ຫາ​ກໍ່​ປະກົດຂຶ້ນຂອງ​ກະຊວງສາທາລະນະສຸກ ເພື່ອ ຈັດຕັ້ງ ຜັນຂະຫຍາຍການປະຕິບັດບັນດາມາດຕະການຮັບມືກັບ​ໂລກ​ພະຍາດຢ່າງຮີບ ດ່ວນ. ສົມທົບ​ກັບ​ບັນດາ​ຫົວໜ່ວຍ ​ແລະ ອົງການ​ທີ່​ກ່ຽວ ຂ້ອງລະດົມ​ແຫຼ່ງກຳລັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລະ ປະຕິບັດ​ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ວຽກ​ງານ​ຮັບ​ມື, ປ້ອງ​ກັນ, ຕ້ານ​​ໂລກພະຍາດ; ຈັດ​ຕັ້ງ​ການ​ປະຕິບັດ​ບັນດາ​ແຜນ​ງານ, ​ໂຄງການ​ໃນ​ຂົງ​ເຂດຮັບ​ມື, ປ້ອງ​ກັນ, ຕ້ານ​​ໂລກພະຍາດ “.

        ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ກະຊວງ​ສາທາລະນະ​ສຸກໄດ້​ຈັດການ​ປະຊຸມ​ກັບຄະນະ​ຊີ້​ນຳປ້ອງ​ກັນ ​ແລະ ຕ້ານ​ໂລກ​ພະຍາດ​ທີ່​ອັນຕະລາຍ ​ແລະ ຫາ​ກໍ່​ປະກົດ​ຂຶ້ນເພື່ອ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ໂລກ​ພະຍາດ​ໄຂ້​ເລືອດ​ອອກ Ebola. ປະຈຸ​ບັນ, ຢູ່​ຫວຽດນາມ​ຍັງ​ບໍ່​ທັນ​ມີ​ກໍລະນີ​ໃດ​ຕິດ​ເຊື້ອ Ebola, ​ແຕ່​ຍັງ​ມີ​ໄພ​ຕິດ​ເຊື້ອ​ສູງ​ຢູ່.

ຂ່າວ/ບົດ​ອື່ນ