ສ້າງ​ຕັ້ງ​ອົງ​ການ​ຮ່ວມ​ມື​ທົ່ວ​ໂລກ ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) - ACT-A ໄດ້ປະສົບຜົນສຳເລັດ ໃນການແກ້ໄຂບັນດາບັນຫາຂອງໂລກ, ຊ່ວຍເພີ່ມທະວີການຮ່ວມມືທົ່ວໂລກ ລະຫວ່າງບັນດາລັດຖະບານ, ນັກວິທະຍາສາດ, ນັກຜະລິດ, ວິສາຫະກິດ, ສັງຄົມພົນລະເຮືອນ,...
ສ້າງ​ຕັ້ງ​ອົງ​ການ​ຮ່ວມ​ມື​ທົ່ວ​ໂລກ ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1

 (ພາບ: AFP/ TTXVN)

   ເວທີປາໄສການແພດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົນເດັ່ນຂຶ້ນແຖວໜ້າໂລກ (G20) ພວມຈັດກອງປະຊຸມຢູ່ ອິນໂດເນເຊຍ ໄດ້ເຫັນດີສ້າງຕັ້ງອົງການຮ່ວມມືທົ່ວໂລກ ເພີ່ມລະດັບຄວາມໄວໃນການເຂົ້າເຖິງບັນດາເຄື່ອງມືຮັບມືກັບໂລກລະບາດໂຄວິດ 19 (ACT-A) ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອແນໃສ່ຮັບມືກັບໂລກລະບາດອື່ນໆໃນອະນາຄົດ.

   ກ່ອນໜ້ານັ້ນ, ໄລຍະ ໂລກລະບາດໂຄວິດ 19 ໄດ້ແຜ່ລະບາດ, ອົງການອະນາໄມໂລກ  (WHO) ໄດ້ເປີດເວທີປາໄສ ACT-A ບໍ່ເປັນທາງການ ຊື່ງໄດ້ເຕົ້າໂຮມບັນດາອົງການຈັດຕັ້ງສາກົນ, ໃນນັ້ນມີກອງທຶນເຍົາວະຊົນ ສປຊ (UNICEF),  ກອງທຶນ Bill and Melinda Gates, ສະຫະພັນປ່ຽນແປງໃໝ່ປະດິດຄິດສ້າງ ກຽມພ້ອມໃຫ້ແກ່ໂລກລະບາດ (CEPI), ….ກອງທອນທົ່ວໂລ, WHO ແລະ ບັນດາອົງການທີ່ກ່ຽວຂ້ອງອື່ນ.

   ACT-A ໄດ້ປະສົບຜົນສຳເລັດ ໃນການແກ້ໄຂບັນດາບັນຫາຂອງໂລກ, ຊ່ວຍເພີ່ມທະວີການຮ່ວມມືທົ່ວໂລກ ລະຫວ່າງບັນດາລັດຖະບານ, ນັກວິທະຍາສາດ, ນັກຜະລິດ, ວິສາຫະກິດ, ສັງຄົມພົນລະເຮືອນ, ບັນດາອົງການການແພດ ແລະ ກຸສົນ ເພື່ອແນໃສ່ເພີ່ມລະດັບຄວາມໄວພັດທະນາ, ການຜະລິດ ແລະ ການສຳຜັດກັບຄວາມສະເໝີພາບຕໍ່ການວິໄຈຫາເຊື້ອ, ການປິ່ນປົວພະຍາດ ແລະ ການສັກຢາກັນພະຍາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ