ສ້າງຕັ້ງເຄືອຂ່າຍນັກທຸລະກິດຍິງອາຊຽນ

ສ້າງຕັ້ງເຄືອຂ່າຍນັກທຸລະກິດຍິງອາຊຽນ - ảnh 1
ເຄືອ​ຂ່າຍ​ນັກທຸລະກິດ​ຍິງ​ອາ​ຊຽນ (AWEN)
(ພາບ: TTXVN)


(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 22/04, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽ​ດນາມ ​ໄດ້​ສົມທົບ​ກັບ​ຄະນະ​ເລຂາ​ອາ​ຊຽນ ​ແລະ ​ໂຄງການ​ເຊື່ອມ​ຕໍ່​ອາຊຽນ ​ໂດຍຜ່ານດ້ານ​ການ​ຄ້າ ​ແລະ ການ​ລົງທຶນ (ACTI) ຈັດ​ຕັ້ງ​ພິທີ​ສ້າງ​ຕັ້ງ​​ເຄືອ​ຂ່າຍ​ນັກທຸລະກິດ​ຍິງ​ອາ​ຊຽນ (AWEN). ເຄືອ​ຂ່າຍ​ນັກທຸລະກິດ​ຍິງ​ອາ​ຊຽນ ​ເຄື່ອນ​ໄຫວ​ດ້ວຍ​ຈຸດປະສົງ​ເພີ່ມ​ທະວີ​ການ​ພົບປະ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ, ກໍ່ສ້າງ ​ແລະ ສະ​ເໜີ​ບັນດາ​ຂໍ້​ລິ​ເລີ່​ມ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງສະດວກສະບາຍ, ຍົກ​ສູງ​ລະດັບຄວາມ​ຮູ້ ​ແລະ ການ​ສະໜັບສະໜູນ​ຂອງ​ຝ່າຍ​ຕ່າງໆ ທີ່​ມີ​ຕໍ່​​ແມ່ຍິງ​ດຳ​ເນີນ​ທຸລະ​ກິດ... ກ່າວ​ຄຳ​ເຫັນ​ທີ່​ພິທີ​ສ້າງ​ຕັ້ງເຄືອ​ຂ່າຍ​ນັກທຸລະກິດ​ຍິງ​ອາ​ຊຽນ, ທ່ານ​ນາງ​ລັດຖະມົນຕີ​ກະຊວງແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽ​ດນາມ ຟ້າມ​ທິຫາຍ​ຈ່ວຽນ ຖື​ວ່າ

        “ການສ້າງ​ຕັ້ງ​ເຄືອ​ຂ່າຍ​ບັນດາ​​ແມ່​ຍິງ​ເປັນ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ໃນ​ອາ​ຊຽນ ປະຈຸ​ບັນນີ້ ຈະ​ປະກອບ​ສ່ວນບໍ່​ແມ່ນ​ໜ້ອຍ​ເຂົ້າ​ໃນ​ການ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ​ແລະ ​ເສດຖະກິດ​ພາຍ​ໃນ​ກຸ່ມ ​ແລະ ກັບ​ບັນດາ​ປະ​ເທດ​ນອກ​ກຸ່ມ​ອາ​ຊຽນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ມອບ​ສິດ​ໃຫ້​ແມ່ຍິງ ​ແລະ ປະກອບສ່ວນ​ສ້າງ​ພາກ​ພື້ນ​ອາ​ຊຽນ ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດ​ຖະນາ​ຖາວອນ. ຂ້າພະ​ເຈົ້າ​ສະ​ເໜີ​​ໃຫ້ປະຊາ​ຄົມ​​ເສດຖະກິດອາ​ຊຽນ, ປະຊາ​ຄົມ​ວິ​ສາ​ຫະກິດ​ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ອື່ນ​ໆຢູ່​ປະ​ເທດ​ຕ່າງໆພາຍ​ໃນ​ພາກ​ພື້ນ ​ແລະ ສາກົນ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ເຊື່ອມ​ຕໍ່​ກັບເຄືອ​ຂ່າຍ​ນັກທຸລະກິດ​ຍິງ​ອາ​ຊຽນ, ​ເພື່ອມຸ່ງ​ໄປ​ເຖິງ​ການ​ມອບ​ສິດ​ໃຫ້​ບັນດາແມ່ຍິງຢ່າງ​ແທດ​ຈິງ, ສ້າງ​ບັນດາວຽກ​ເຮັດ​ງານ​ທຳ​ຕື່ມ​ອີກເພື່ອ​ຊຸກຍູ້​ຄວາມ​ວັດ​ຖະນາ​ຖາວອນລວມຂອງ​ທັງ​ປະຊາ​ຄົມ​ອາ​ຊຽນ​”.

ຂ່າວ/ບົດ​ອື່ນ