ສ້າງຕະຫຼາດເຂດຊາຍແດນເພື່ອຊຸກຍູ້ ການພົວພັນການຄ້າ ລະຫວ່າງຫວຽດນາມ-ລາວ

(VOVWORLD) -“ຈະສົ່ງເສີມວຽກງານຜັນຂະຫຍາຍກໍ່ສ້າງບັນດາຕະຫຼາດຊາຍແດນເພື່ອຍູ້ແຮງການພົວພັນດ້ານການຄ້າລະຫວ່າງບັນດາແຂວງລຽບຕາມຊາຍແດນຫວຽດນາມ-ລາວ”.
ສ້າງຕະຫຼາດເຂດຊາຍແດນເພື່ອຊຸກຍູ້ ການພົວພັນການຄ້າ ລະຫວ່າງຫວຽດນາມ-ລາວ - ảnh 1ສ້າງຕະຫຼາດເຂດຊາຍແດນເພື່ອຊຸກຍູ້ ການພົວພັນການຄ້າ ລະຫວ່າງຫວຽດນາມ-ລາວ 

ນັ້ນແມ່ນໜຶ່ງໃນບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບຢູ່ກອງປະຊຸມຮ່ວມມື ຂະແໜງອຸດສະຫະກຳແລະການຄ້າລະຫວ່າງສອງປະເທດຫວຽດນາມ-ລາວທີ່ຫາກໍ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ. ຕາມທ່ານນາງເຂັມມະນີພົນເສນາລັດຖະມົນຕີກະຊວງອຸດສະຫະກຳແລະການຄ້າລາວ, ວຽກການກໍ່ສ້າງບັນດາຕະຫຼາດເຂດຊາຍແດນຈະປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນດ້ານການຄ້າສອງຝ່າຍລະຫວ່າງສອງປະເທດຫວຽດນາມ-ລາວໃນຊຸມປີຈະມາເຖິງນີ້. ຕາມນັ້ນ, ກະຊວງອຸດສະຫະກຳແລະການຄ້າລາວ ສະເໜີໃຫ້ຝ່າຍຫວຽດນາມຮ່ວມມືກໍ່ສ້າງຕະຫຼາດເຂດຊາຍແດນນ້ຳໂຊຍ (ລະຫວ່າງແຂວງຫົວພັນກັບແຂວງແທັ່ງຮວາ), ຕະຫຼາດນ້ຳອອນ (ລະຫວ່າງແຂວງບໍລິຄຳໄຊກັບແຂວງເຫງະອານ) ແລະຕະຫຼາດ ດັກຕະອອກ (ລະຫວ່າງແຂວງເຊກອງກັບແຂວງກວ໋າງນາມ) ຂອງຫວຽດນາມ. ສ່ວນຝ່າຍຫວຽດນາມ, ທ່ານເຈິ່ນຕວັ໊ນແອັ່ງລັດຖະມົນຕີກະຊວງອຸດສະຫະກຳແລະການຄ້າຫວຽດນາມກໍ່ຢັ້ງຢືນວ່າ: ຫວຽດນາມພ້ອມເຈລະຈາເພື່ອໃຫ້ເປັນເອກະພາບດ້ານເນື້ອໃນຂອງບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາແລະເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນ ລະຫວ່າງສອງປະເທດ.

                                                                ເວິນທຽນ-ດັງຖູ່ຍ, ນັກຂ່າວ

ຕອບກັບ

ຂ່າວ/ບົດ​ອື່ນ