ສ້າງທຸກເງື່ອນໄຂສະດວກເພື່ອດຶງດູດການລົງທຶນເຂົ້າກະສິກຳ

ສ້າງທຸກເງື່ອນໄຂສະດວກເພື່ອດຶງດູດການລົງທຶນເຂົ້າກະສິກຳ - ảnh 1
ເວທີ​ປາ​ໄສ​ເຈລະຈາ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ,
 ຊົນນະບົດ​ (ພາບ: Vũ Sinh/TTXVN)

 (vovworld) - ​ ວັນ​ທີ 28/6, ​ເວທີ​ປາ​ໄສ​ເຈລະຈາ​ພິ​ເສດ ​ແນ​ໃສ່​ຍູ້​ແຮງການ​ເຄື່ອນ​ໄຫວການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ, ຊົນນະບົດ​ ​ຖືກ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານຮອງ​ນາຍົກ​ລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ແລະ ​ການ​ເຂົ້າ​ຮ່ວມ​ຂອງ 75 ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່ ​ແລະ ບັນດາ​ວິ​ສາ​ຫະກິດ​​ໃນ​ທົ່ວ​ປະ​ເທດ. ກອງ​ປະ​ຊຸມ​ໂດຍ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຈັດ​ຕັ້ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ອຳນວຍການ​​ທະນາຄານ​​ໂລກ​ປະຈຳ​ຫວຽດນາມ, ທ່ານ​ນາງ Victoria Kwakwa; ພ້ອມ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ.

   ທີ່ເວທີ​ປາ​ໃສ​, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາ​ງຈູງ​ຫາຍ ​ໃຫ້​ຮູ້​ວ່າ: ລັດຖະບານຈະ​ສຸມ​ໃສ່ລົງທຶນດ້ານ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ຮັບ​​ໃຊ້​ກະສິກຳ ​ແລະ ​ບຸລິມະສິດ​ດຶງ​ດູດ​ການ​ລົງທຶນ​​ເພື່ອພັດທະນາ​ຂົງ​ເຂດ​ກະສິກຳ.

  

ຂ່າວ/ບົດ​ອື່ນ