ສາງທ່າກ່ຳປັ່ນ ທິຫວາຍ (ຫວຽດນາມ) ຮັບອາຍແກັດແຫຼວທຳມະຊາດ (LNG) ຖ້ຽວທຳອິດ

(VOVWORLD) - ທ່ານ ເລເຟືອກຄອຍ, ຮອງຜູ້ອຳນວຍການບໍລິສັດຄຸ້ມຄອງໂຄງການອາຍແກັດ, PV Gas ໃຫ້ຮູ້ວ່າ: ເຫດການນີ້ໄດ້ນຳມາໃຫ້ແຫຼ່ງພະລັງງານໃໝ່

ວັນທີ 12 ກໍລະກົດ, ບໍລິສັດໃຫຍ່ອາຍແກັດ ຫວຽດນາມ (PV Gas) ໃຫ້ຮູ້ວ່າ: ຢູ່ສາງຂອງທ່າກ່ຳປັ່ນ ທິຫວາຍ, ແຂວງ ບ່າເຣ້ຍ - ຫວູງເຕົາ, ຫົວໜ່ວຍໄດ້ຕ້ອນຮັບກ່ຳປັ່ນຂົນສົ່ງອາຍແກັດເເຫຼວທຳມະຊາດ (LNG) ຖ້ຽວທຳອິດ ມາຍັງ ຫວຽດນາມ ຢ່າງສຳເລັດຜົນ. ທ່ານ ເລເຟືອກຄອຍ, ຮອງຜູ້ອຳນວຍການບໍລິສັດຄຸ້ມຄອງໂຄງການອາຍແກັດ, PV Gas ໃຫ້ຮູ້ວ່າ: ເຫດການນີ້ໄດ້ນຳມາໃຫ້ແຫຼ່ງພະລັງງານໃໝ່ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ:

        “ເມື່ອອາຍແກັດ LNG ມາ ຫວຽດນາມ ຈະປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກສ່ວນຫຼາຍເຊິ່ງ ຫວຽດນາມ ພວມຂາດແຄນ, ນັ້ນແມ່ນຂາດແຄນອາຍແກັດ. ບັນຫາສຳຄັນກ່ວາ, ນັ້ນແມ່ນແກ້ໄຂບັນຫາອາຍພິດ. ນີ້ແມ່ນອາຍແກັດຖ້ຽວທຳອິດທີ່ໄດ້ທົດລອງໃຫ້ບັນດາໂຄງການ, ເພື່ອສາມາດໝູນໃຊ້ໃຫ້ເປັນຢ່າງດີທີ່ສຸດ, ປະຢັດແຫຼ່ງອາຍແກັດ, ນຳໄປເຖິງມືຜູ້ໃຊ້ສອຍ”.

ຕອບກັບ

ຂ່າວ/ບົດ​ອື່ນ