ສ້າງນະຄອນ ລອງຊວຽນ ກາຍເປັນຕົວເມືອງອັດສະລິຍະ, ທັນສະໄໝ

(VOVWORLD) - ຕອນຄ່ຳວັນທີ 20 ສິງຫາ, ແຂວງ ອານຢາງ ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ວ່າດ້ວຍການຮັບຮອງເອົານະຄອນ ລອງຊວຽນ ເປັນຕົວເມືອງປະເພດ 1 ຂຶ້ນກັບແຂວງ ອານຢາງ. 
ສ້າງນະຄອນ ລອງຊວຽນ ກາຍເປັນຕົວເມືອງອັດສະລິຍະ, ທັນສະໄໝ - ảnh 1ສ້າງນະຄອນ ລອງຊວຽນ ກາຍເປັນຕົວເມືອງອັດສະລິຍະ, ທັນສະໄໝ (ພາບ: TTXVN)

  ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ຢືນຢັນວ່າ ນະຄອນ ລອງຊວຽນ ໄດ້ຮັບຮອງເປັນຕົວເມືອງປະເພດ 1 ແມ່ນຂີດໝາຍສຳຄັນ, ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ລອງຊວຽນ ກໍ່ຄືຂອງທົ່ວແຂວງ ອານຢາງ. ນີ້ແມ່ນເງື່ອນໄຂສະດວກ ເພື່ອໃຫ້ນະຄອນເສີມຂະຫຍາຍກຳລັງແຮງສັງລວມ ເພື່ອພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຢູ່ຕົວເມືອງ, ສົມກັບບົດບາດເປັນໃຈກາງສັງລວມຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີ່ງຢຸງ ກໍ່ຮຽກຮ້ອງໃຫ້ແຂວງ ອານຢາງ ສຸມໃສ່ເປັນເຈົ້າການນຳໃຊ້ເນື້ອທີ່ດິນ ເພື່ອພັດທະນາເສດຖະກິດ - ສັງຄົມ; ພິເສດແມ່ນພັດທະນາພື້ນຖານໂຄງລ່າງ, ບັນດາໂຄງການກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ຕົວເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ