ສ້າງນະ​ຄອນຫຼວງ ຮ່າ​ໂນ້ຍ ໃຫ້​ກາຍ​ເປັນ​ສູນກາງ​ວັດ​ທະ​ນະ​ທຳ​ຂອງ​ທົ່ວ​ປະ​ເທດ

(VOVWORLD) -5 ປີ ຈະມາເຖິງ, ຄວນສຸມໃສ່ປະຕິບັດບັນດາມາດຕະການຢ່າງຄົບຊຸດ ເພື່ອປະຕິບັດສຳເລັດເປົ້າໝາຍຂອງນະຄອນ ແມ່ນຕ້ອງນຳວັດທະນະທຳ, ກິລາ, ກາຍຍະກຳ, ຊາວຮ່າໂນ້ຍ ໃຫ້ກາຍເປັນແຫຼ່ງກຳລັງສຳຄັນແຖວໜ້າ ຕໍ່ການພັດທະນາໄວ ແລະ ຍືນຍົງຂອງນະຄອນ.
ສ້າງນະ​ຄອນຫຼວງ ຮ່າ​ໂນ້ຍ ໃຫ້​ກາຍ​ເປັນ​ສູນກາງ​ວັດ​ທະ​ນະ​ທຳ​ຂອງ​ທົ່ວ​ປະ​ເທດ - ảnh 1ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ເວືອງດິ່ງເຫວ້  (ພາບ: hanoimoi.com.vn)

 ທີ່ການເຮັດວຽກກັບພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໃນຕອນເຊົ້າວັນທີ 3 ມີນາ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ເວືອງດິ່ງເຫວ້ ເນັ້ນໜັກວ່າ ຂະແໜງວັດທະນະທຳ, ກິລາ ຂອງ ຮ່າໂນ້ຍ ຍັງມີຄວາມສາມາດບົ່ມຊ້ອນ ເພື່ອພັດທະນາຢ່າງແຮງກວ່າອີກ, ແຕ່ການລົງທຶນພັດທະນາຂົງເຂດນີ້ ຍັງບໍ່ທັດທຽມເທື່ອ. ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ຮຽກຮ້ອງວ່າ ໃນໄລຍະ 5 ປີ ຈະມາເຖິງ, ຄວນສຸມໃສ່ປະຕິບັດບັນດາມາດຕະການຢ່າງຄົບຊຸດ ເພື່ອປະຕິບັດສຳເລັດເປົ້າໝາຍຂອງນະຄອນ ແມ່ນຕ້ອງນຳວັດທະນະທຳ, ກິລາ, ກາຍຍະກຳ, ຊາວຮ່າໂນ້ຍ ໃຫ້ກາຍເປັນແຫຼ່ງກຳລັງສຳຄັນແຖວໜ້າ ຕໍ່ການພັດທະນາໄວ ແລະ ຍືນຍົງຂອງນະຄອນ. ຮ່າໂນ້ຍ ກາຍເປັນສູນກາງວັດທະນະທຳ, ຊາວ ຮ່າໂນ້ຍ ກາຍເປັນຊາວ ຫວຽດນາມ ທີ່ດີເດັ່ນໃນຍຸກສະໄໝໃໝ່. ທ່ານກ່າວວ່າ:

        “ຂ້າພະເຈົ້າສະເໜີວ່າ ພວກເຮົາ ຈົ່ງສຳຫຼວດກວດຄືນບັນດາສະຖານທີ່ປະຕິວັດໃນບໍລິເວນນະຄອນ, ຕ້ອງມີໂຄງການເພື່ອຫັນບັນດາຫົວໜ່ວຍໃນຂົງເຂດວັດທະນະທຳ, ກິລາ ເປັນດີຈີຕອນ. ພ້ອມທັງພິຈາລະນາຄືນກົນໄກນະໂຍບາຍກ່ຽວກັບລາຄາປີ້ບໍລິການເຂົ້າຢ້ຽມຊົມ ໂດຍໄວ.”


 

ຕອບກັບ

ຂ່າວ/ບົດ​ອື່ນ