ສ້າງນະຄອນໂຮ່ຈີມິນໃຫ້ກາຍເປັນເພັດມະນີສ່ອງແສງສະຫວ່າງອອກສູ່ທະເລຕາເວັນອອກ

ສ້າງນະຄອນໂຮ່ຈີມິນໃຫ້ກາຍເປັນເພັດມະນີສ່ອງແສງສະຫວ່າງອອກສູ່ທະເລຕາເວັນອອກ - ảnh 1
ທ່ານ​ນາ​ຍົດ​ລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ​
​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ນະຄອນ ​ໂຮ່ຈີ​ມິນ

(vovworld) – ​ ສ້າງ​ນະຄອນ​ໂຮ່ຈີ​ມິນ​​ໃຫ້ກາຍ​ເປັນ“​ເພັດ​ມະນີ​ສ່ອງ​ແສງ​ສະຫວ່າງ​ອອກ​ສູ່​ທະ​ເລ​ຕາ​ເວັນ​ອອກ” ສິ່ງ​ດັ່ງກ່າວ​ໂດຍທ່ານ​ນາ​ຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ​ເນັ້ນ​ໜັກ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ຕອນ​ບ່າຍ​ວັນ​ທີ 27/06 ກ່ຽວ​ກັບ​ສະພາບ​ການ​ປະຕິບັ​ດໜ້າ​ທີ່​ເສດຖະກິດ - ສັງຄົມ. ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ນະຄອນ ​ໂຮ່ຈີ​ມິນ ຄວນ​ກຳນົດ​ແຈ້ງ​ວິ​ໄສ​ທັດ​ໃນ​ສະພາບ​ການ​ໃໝ່ ດ້ວຍ​ພື້ນຖານ​ເສດຖະກິດ​ປ່ຽນ​ໃໝ່​ຫົວຄິດ​ປະດິ​ດສ້າງ, ມີ​ກຳລັງ​ແຜ່​ຂະຫຍາຍ, ​ແມ່ນ​ກຳລັງ​ໜູນ​ໃຫ້ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​​ເປັນ​ແຖວ​ໜ້າ​​ໃນ​ທົ່ວ​ປະ​ເທດ​​ໃນ​ການ​ເຊື່ອມ​​ໂຍງ​ເຂົ້າ​ພື້ນຖານ​ເສດຖະກິດ​ພາກ​ພື້ນ ​ແລະ ​ໂລກ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

        “ດ້ວຍ​ວິ​ໄສ​ທັດ​ນັ້ນ ນະຄອນ​ຄວນ​ວາງ​ບັນຫາ​ແຈ້ງ​ກ່ວາ ​ໃນ​ການ​ຊີ້​ນຳ​ການ​ຄຸ້ມ​ຄອງ, ພິ​ເສດ​ແມ່ນ​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ໃນ​ສະພາບ​ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ. ຂ້າພະ​ເຈົ້າ​ສະ​ເໜີ ນະຄອນ ​ໂຮ່ຈີ​ມິນ ຕ້ອງ​ມີຄວາມ​​ໄຝ່ຝັນ​ໄກ​ກ່ວາ, ສູງ​ກ່ວາ, ມີ​ຄວາມຕັດສິນ​ໃຈ​ດ້ານ​ການ​ເມືອງ​ແຈ້ງ​ກ່ວາ ​ບາດ​ກ້າວປະຕິວັດ​ເຂົ້າ​ຂົງ​ເຂດກຸນ​ແຈ​ໃໝ່ຈຶ່ງແຮງ ​ແລະ ຮອບດ້ານ.

        ທ່ານ​ນາຍົກລັດຖະມົນຕີຊີ້ນຳວ່າ ນະຄອນ​ໂຮ່ຈີ​ມິນ ປະຕິ​ບັດ 4 ຈຸດໝາຍ​ນັ້ນແມ່ນ: ສ້າງນະຄອນ​​ໃຫ້ກາ​ຍ​ເປັນ​ນະຄອນ​ສະຫລາດ, ດ້ວຍ​ຄວາມ​ສາມາດ​ເຊື່ອ​ມຕໍ່​ເຂົ້າ​ລະບົບ​ຄຸນຄ່າ​ຂອງ​ພາກ​ພື້ນ ​ແລະ ​ໂລກ​ຢ່າງ​​ເລິກ​ເຊິ່ງ; ​ຕ້ອງເສີມ​ຂະຫຍາຍ​​ບົດບາດ​ເປັນ​ໃຈກາງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່ມີ​ຄຸນ​ນະພາ​ບສູງ; ຕ້ອງ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ດຶງ​ດູດ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ ​ແລະ ຕ້ອງ​ມຸ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຢ່າງກົມກຽວ​ ແລະ ໝັ້ນ​ຄົງ.

 

ຂ່າວ/ບົດ​ອື່ນ