ສ້າງນະຄອນໃໝ່ບິງເຢືອງ ໃຫ້ກາຍເປັນເຂດ ຕົວເມືອງທີ່ສີວິໄລ, ທັນສະໄໝ

ສ້າງນະຄອນໃໝ່ບິງເຢືອງ ໃຫ້ກາຍເປັນເຂດ ຕົວເມືອງທີ່ສີວິໄລ, ທັນສະໄໝ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​
(ພາບ: binhduong.gov.vn)


(vovworld) - ວັນ​ທີ 20/02, ​ໄດ້​ດຳ​ເນີນ​ພິທີ​ເລີ່​ມລົງມື​ກໍ່ສ້າງ, ພັດທະນາ​ນະຄອນ​ໃໝ່ ບິ່ງ​ເຍືອງ ​ແລະ ​ເປີດ​ສະຫຼອງ​ສູນ​ບໍລິຫານ​ລວມສຸນ​​ຂອງ​ແຂວງ.  ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

        “ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ວິວັດ​ການ​ພັດທະນາ​ຂອງ​ແຂວງ​ບິ່ງ​ເຢືອງ, ຢືນຢັນ​ຈິດ​ໃຈ​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະສິດ​ສ້າງ, ສະ​ແດງ​ໃຫ້​ເຫັນ​ແຜນ​ນະ​ໂຍບາຍ, ວິ​ໄສ​ທັດ​ພັດທະນາ​ທີ່​ຖືກຕ້ອງ, ​ເໝາະ​ສົມ​ກັບ​ວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ, ຫັນ​ເປັນ​ຕົວ​ເມືອງທັນ​ສະ​ໄໝຂອງ​ບິ່ງ​ເຢືອງ ກໍ່​ຄື​ຂອງທົ່ວ​ປະ​ເທດ. ພິ​ເສດ, ຂ້າພະ​ເຈົ້າ​ຊົມ​ເຊີຍແຫຼ່ງທຶນ​ກໍ່ສ້າງ​ສູນ​ບໍລິຫານ​ດັ່ງກ່າວ, ​ແຂວງ​ບິ່ງ​ເຢືອງ​ ບໍ່​ນຳ​ໃຊ້​ງົບປະມານ​ໃໝ່ ຫາກ​ຂຸດ​ຄົ້ນ​ຈາກ​ແຫຼ່ງທີ່ດິນ​ ​ແລະ ​ເຮືອນທີ່​ມີ​ຢູ່​ແລ້ວຂອງ 58 ອົງການ​ຂຶ້ນ​ກັບ​ຄະນະ​ພັກ​ແຂວງ, ​ແນວ​ໂຮມ, ອຳນາດ​ການ​ປົກຄອງ, ໝູ່​ຄະນະ​ຂອງ​ແຂວງ. ນີ້​ແມ່ນ​ວິທີປະຕິບັດ​ຢ່າງຖືກຕ້ອງ ​ແລະ ລັດຖະບານ​ສົ່ງ​ເສີ​ມບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ສ້າງ​ສູນ​ເຮັດ​ວຽກ​ແບບ​ລວມສູນ, ທັນ​ສະ​ໄໝ​ຕາມ​ທິດ​ນີ້, ​ເພື່ອ​ຮັບ​ໃຊ້​ປະຊາຊົນ, ວິ​ສາ​ຫະກິດ​ຢ່າງສະດວກ ​ແລະ ດີກ​ວ່າ. ”

        ນະຄອນ​ບິ່ງ​ເຢືອງ ມີ​ເນື້ອ​ທີ່ 1.000 ​ເຮັກ​ຕາ, ​​ເຊິ່ງລັດຖະບານ​ອະນຸ​ມັດ​ຜ່່ານ​​ເພື່ອກາຍ​ເປັນ​ເຂດ​ຕົວ​ເມືອງ​ທີ່​ສີວິ​ໄລ, ທັນ​ສະ​ໄໝ, ​ເຊິ່ງ​ແມ່ນ​​ໃຈກາງ​ຂອງ​ນະຄອນ​ບິ່ງ​ເຢືອງ ຂຶ້ນ​ກັບ​ສູນ​ກາງຕາມ​ທິດ​ວາງ​ແຜນຜັງ​ຮອດ​ປີ 2020.

ຂ່າວ/ບົດ​ອື່ນ