ສ້າງ​ບົດ​ລາຍ​ງານ​ການຮັບ​ເອົາ, ອະ​ທິ​ບາຍ ບັນ​ດາ​ຄຳ​ເຫັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ມະ​ຕິ ວ່າ​ດ້ວຍ​ເສດ​ຖະ​ກິດ, ສັງ​ຄົມໂດຍ​ດ່ວນ

(VOVWORLD) -ຕອນບ່າຍວັນທີ 25 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງເຖິງ ວຽກງານຮັບໃຊ້ກອງປະຊຸມສະໄໝສາມັນ ຄັ້ງທີ 2 ຂອງ ສະພາແຫ່ງຊາດຊຸດທີ XV ໃນອາທິດຜ່ານມາ. 
ສ້າງ​ບົດ​ລາຍ​ງານ​ການຮັບ​ເອົາ, ອະ​ທິ​ບາຍ ບັນ​ດາ​ຄຳ​ເຫັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ມະ​ຕິ ວ່າ​ດ້ວຍ​ເສດ​ຖະ​ກິດ, ສັງ​ຄົມໂດຍ​ດ່ວນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ 

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ ສະພາແຫ່ງຊາດ ໄດ້ປະຕິບັດສຳເລັດລາຍການທີ່ໄດ້ວາງອອກ, ຄຸນນະພາບຂອງບັນດາສຳເນົາເອກະສານ, ໃບຍືນສະເໜີ, ບົດລາຍງານການສຳຫຼວດກວດກາ ໄດ້ຮັບການຕີລາຄາສູງ; ວຽກງານບໍລິຫານຂອງ ປະທານໄດ້ປະຕິບັດຢ່າງຖືກຕ້ອງຕາມຫຼັກການ, ມີວິທະຍາສາດ, ອະທິປະໄຕ, ກະທັດລັດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ໄລຍະຈະມາເຖິງ, ສະພາແຫ່ງຊາດຈະປະກອບຄຳເຫັນໃສ່ ຮ່າງກົດໝາຍ 5 ສະບັບ ແລະ ໂຄງການໃຫຍ່ 2 ສະບັບ, ນັ້ນແມ່ນການສ້າງໂຄງປະກອບພື້ນຖານເສດຖະກິດ ຄືນໃໝ່ ແລະ ການວາງແຜນກຳນົດການນຳໃຊ້ທີ່ດິນແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ແລະ ແຜນການນຳໃຊ້ທີ່ດີໄລຍະ 5 ປີ (2021 - 2025), ນີ້ແມ່ນບັນດາບັນຫາທີ່ມີຜົນກະທົບຕໍ່ແຜນການຂອງລັດ, ການດຳລົງຊີວິດຂອງປະຊາຊົນ ເພາະສະນັ້ນ ບັນດາອົງການຂອງ ສະພາແຫ່ງຊາດ ຄວນຄົ້ນຄ້ວາ, ປຶກສາຫາລືຢ່າງລະອຽດ, ຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ. ທ່ານກ່າວວ່າ:

ລົງມືເຂົ້າການສ້າງບັນດາບົດລາຍງານຮັບຟັງ, ອະທິບາຍ ໂດຍໄວ, ບໍ່ລໍຖ້າຈົນຮອດເວລາສິ້ນສຸດກອງປະຊຸມ.  ມະຕິວ່າດ້ວຍເສດຖະກິດ, ສັງຄົມ ລວມມີ ບົດລາຍງານ5 ສະບັບ ຂອງ ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງເຖິງວຽກງານປະຈຳປີ ຂອງ ອົງການໄອຍະການປະຊາຊົນ ສູງສຸດ, ສານປະຊາຊົນສູງສຸດ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະຕິບັດຄຳຕັດສິນຂອງ ສານ, ການສືບສວນ, ຕ້ານອາດຊະຍາກຳ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ຮຽກຮ້ອງໃຫ້ອົງການຂອງ ສະພາແຫ່ງຊາດ ລວບລວມບັນຫາທີ່ກ່ຽວຂ້ອງເຖິງການຊັກຖາມ ແລະ ຕອບການຊັກຖາມ, ແຜນການບໍລິຫານ, ກະກຽມເນື້ອໃນຂອງ ກອງປະຊຸມວິສາມັນໃນທ້າຍປີ.

ຕອບກັບ

ຂ່າວ/ບົດ​ອື່ນ