ສ້າງບັນດາມາດຕະການບຸກທະລຸເພື່ອພັດທະນາພື້ນຖານໂຄງລ່າງ ແລະ ຮັບປະກັນຄວາມປອດໄພທາງຄົມມະນາຄົມ

(VOVWORLD) - ເນື້ອໃນສຳຄັນນີ້ໄດ້ອອກອາກາດ ສົດທາງວິທະຍຸ ແລະ ທາງໂທລະພາບ ເພື່ອໃຫ້ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໄດ້ຕິດຕາມກວດກາ.
ສ້າງບັນດາມາດຕະການບຸກທະລຸເພື່ອພັດທະນາພື້ນຖານໂຄງລ່າງ ແລະ ຮັບປະກັນຄວາມປອດໄພທາງຄົມມະນາຄົມ - ảnh 1 ທ່ານ ຫງວຽນວັນເທ໋, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14, ວັນທີ 4 ມິຖຸນາ, ສະພາແຫ່ງຊາດໄດ້ເລີ່ມດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາຂອງທ່ານ ຫງວຽນວັນເຖ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ແລະ ທ້ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ເນື້ອໃນສຳຄັນນີ້ໄດ້ອອກອາກາດ ສົດທາງວິທະຍຸ ແລະ ທາງໂທລະພາບ ເພື່ອໃຫ້ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໄດ້ຕິດຕາມກວດກາ.

        ທີ່ວາລະຊັກຖາມໃນຕອນເຊົ້າມື້ນີ້, ທ່ານ ຫງວຽນວັນເທ໋, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ໄດ້ຕອບຄຳຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບມາດຕະການປະຕິບັດສຳເລັດການສ້າງໂຄງປະກອບໂຄງລ່າງຄົມມະນາຄົມຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງຄົມມະນາຄົມ, ພິເສດແມ່ນຢູ່ນະຄອນໃຫຍ່; ມາດຕະການແກ້ໄຂບັນດາບັນຫາຍັງຄົງຄ້າງ ສຳລັບບັນດາໂຄງການດ້ານຄົມມະນາຄົມ, ລົງທຶນຕາມຮູບແບບ BOT. ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫງວຽນວັນເຖ ໃຫ້ຮູ້ວ່າ:

        “ຂະແໜງຄົມມະນາຄົມຂົນສົ່ງພະຍາຍາມສ້າງພື້ນຖານໂຄງລ່າງຄົມມະນາຄົມຄົບຊຸດຕາມການຊີ້ນຳຂອງພັກ, ລັດ, ແຕ່ເຖິງຢ່າງໃດກໍ່ຕາມ, ເບິ່ງລວມແລ້ວ, ມາຮອດປະຈຸບັນ, ລະບົບພື້ນຖານໂຄງລ່າງຄົມມະນາຄົມຍັງຄົງມີຫຼາຍຈຸດອ່ອນ, ບໍ່ທັນຕອບສະໜອງຄວາມຮຽກຮ້ອງຕ້ອງການໄດ້ເທື່ອ. ພວກຂ້າພະເຈົ້າມີຄວາມສຳນຶກວ່າ ພັດທະນາພື້ນຖານຄົງລ່າງຄົມມະນາຄົມ, ອົງການຄົມມະນາຄົມ, ຮັບປະກັນຄວາມປອດໄພທາງຄົມມະນາຄົມແມ່ນຄວາມຮັບຜິດຊອບຂອງຂະແໜງ ແລະ ຂອງທັງລະບົບການເມືອງ.”

        ກ່ອນທີ່ດຳເນີນການຊັກຖາມ, ສະພາແຫ່ງຊາດຮັບຟັງທ່ານນາງ ຫງວຽນແທງຫາຍ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ, ຄະນະປະຈຳສະພາແຫ່ງຊາດ ສະເໜີບົດລາຍງານກ່ຽວກັບໝາກຜົນຂອງການແກ້ໄຂຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງຝາກເຖິງກອງປະຊຸມສະໄໝສາມັນຄັ້ງທີ 4, ສະພາແຫ່ງຊາດຊຸດທີ 14.

    ເມື່ອຕອບຄຳຖາມກ່ຽວກັບສະພາບຂີ້ເຫຍື້ອ ກໍ່ມົນລະພິດທີ່ດິນື ແລະ ແຫຼ່ງນ້ຳ, ຄວາມຮັບຜິດຊອບ ແລະ ວິທີການແກ້ໄຂ, ທ່ານ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ : (ເທບ)

    “ ບັນຫາຖື ຂີ້ເຫຍື້ອແມ່ນ ຊັບພະຍາກອນທຳມະຊາດນັ້ນ, ເຖິງປີ 2030, ພວກເຮົາຕ້ອງມີບັນດາໂຮງງານກະຈາຍໄຟຟ້້າດ້ວຍຂີ້ເຫຍື້ອ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີພ້ອມກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພວມມີຮູບແບບ ຫວຽດນາມຜະລິດບັນດາພາຫະນະເຄື່ອງຈັກກຳຈັດຂີ້ເຫຍື້ອໂດຍຜ່ານການຫັນຂີ້ເຫຍື້ອເປັນພະລັງງານໄຟຟ້າ ແລະ ຝຸ່ນອົງຄະທາດ ”

ຕອບກັບ

ຂ່າວ/ບົດ​ອື່ນ