ສ້າງ​ບາດ​ກ້າວ​ບຸກ​ທະ​ລຸໃນ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ

(VOVWORLD) -ສຸມໃສ່ຍູ້ແຮງການຫັນລະບຽບການບໍລິຫານເປັນງ່າຍດາຍ, ເປັນຕົ້ນແມ່ນໃນບັນດາຂົງເຂດຈຸດສຸມ, ເພີ່ມທະວີລັກສະນະເຊື່ອມຕໍ່ໃນການແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ, ວິສາຫະກິດ. 
ສ້າງ​ບາດ​ກ້າວ​ບຸກ​ທະ​ລຸໃນ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ - ảnh 1ທ່ານນາງ ຟ້າມທິແທັງຈ່າ ລັດຖະມົນຕີກະຊວງພາຍໃນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ ໄດ້ຈັດຕັ້ງກອງປະຊຸມປະກາດດັດຊະນີຄວາມພໍໃຈກ່ຽວກັບການຮັບໃຊ້ດ້ານການບໍລິຫານປີ 2021 ແລະ ດັດຊະນີການປະຕິຮູບລະບຽບການບໍລິຫານປີ 2021 ຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຟ້າມທິແທັງຈ່າ ລັດຖະມົນຕີກະຊວງພາຍໃນໄດ້ຕັກເຕື່ອນວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຄວນຮູ້ແຮງການປະຕິຮູບລະບຽບການບໍລິຫານ, ຈຸດສຸມແມ່ນສ້າງບາດກ້າວບຸກທະລຸໃນການປະຕິຮູບລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງປະຊາຊົນ ແລະ ວິສາຫະກິດ, ລົບລ້າງລະບຽບການບໍລິຫານທີ່ພວມກໍ່ຄວາມຫຍຸ້ງຍາກໃຫ້ແກ່ການພັດທະນາຜະລິດ, ດຳເນີນທຸລະກິດ. ສຸມໃສ່ຍູ້ແຮງການຫັນລະບຽບການບໍລິຫານເປັນງ່າຍດາຍ, ເປັນຕົ້ນແມ່ນໃນບັນດາຂົງເຂດຈຸດສຸມ, ເພີ່ມທະວີລັກສະນະເຊື່ອມຕໍ່ໃນການແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ, ວິສາຫະກິດ. ປ່ຽນແປງໃໝ່ການປະຕິບັດ ກົນໄກປະຕູດຽວ, ປະຕູເຊື່ອມຕໍ່ໃນການແກ້ໄຂການປະຕິບັດລະບຽບການບໍລິຫານຕາມທິດຍົກສູງຄຸນນະພາບການຮັບໃຊ້, ເພີ່ມທະວີການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ສ້າງການເຊື່ອມຕໍ່ກັບປະຕູຖານບໍລິການສາທາລະນະແຫ່ງຊາດ, ບໍ່ຈຳກັດຂອບເຂດບໍລິຫານ, ແກ້ໄຂການປະຕິບັດລະບຽບການບໍລິຫານໃຫ້ແກ່ປະຊາຊົນ, ວິສາຫະກິດໃຫ້ເປັນຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ