ສ້າງບາດກ້າວບຸກທະລຸໃນການສ້າງໂຄງປະກອບກະສິກຳຄືນໃໝ່ ແລະ ກໍ່ສ້າງຊົນນະບົດໃໝ່

(VOVWORLD) - ສ້າງບາດກ້າວບຸກທະລຸໃນການສ້າງໂຄງປະກອບກະສິກຳຄືນໃໝ່ ແລະ ກໍ່ສ້າງຊົນນະບົດໃໝ່, ນັ້ນແມ່ນຄຳເນັ້ນໜັກຂອງທ່ານ ເຈີ່ນແທງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ທີ່ການເຮັດວຽກກັບ ສະຫະພັນສະຫະກອນ ຫວຽດນາມ ກ່ຽວກັບ ສະພາບການພັດທະນາເສດຖະກິດການຮ່ວມມື, ແກ່ນສານສະຫະກອນ ໃນຕອນບ່າຍວັນທີ 17 ສິງຫາ, ຢູ່ ຮ່າໂນ້ຍ. 
 
ສ້າງບາດກ້າວບຸກທະລຸໃນການສ້າງໂຄງປະກອບກະສິກຳຄືນໃໝ່ ແລະ ກໍ່ສ້າງຊົນນະບົດໃໝ່ - ảnh 1ການເຮັດວຽກໃນວັນທີ 17 ສິງຫາ

ທ່ານ ເຈີ່ນແທງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຂອງສະຫະພັນສະຫະກອນ ໃນການຜັນຂະຫຍາຍບັນດາການເຄື່ອນໄຫວສົມທົບກັບ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຜັນຂະຫຍາຍແຜນຮ່າງສ້າງສະຫະກອນແບບໃໝ່; ພັດທະນາລະບົບສິນຄ້າຕົ້ນຕໍ່ທີ່ມີຂອບຂະໜາດໃຫຍ່, ສ້າງກຳລັງແຜ່ຂະຫຍາຍຕິດພັນກັບການກໍ່ສ້າງຊົນນະບົດໃໝ່ ແລະ ໂຄງປະກອບເສດຖະກິດກະສິກຳ. ຜ່ານນັ້ນປະກອບສ່ວນແກ້ໄຂວຽກເຮັດງານທຳ, ຍົກສູງລາຍຮັບ, ປະກອບສ່ວນ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ, ສະຖຽນລະພາບດ້ານການເມືອງໂດຍພື້ນຖານ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ.  ທ່ານ ເຈີ່ນແທງເໝີນ ສະເໜີ ສະຫະພັນສະຫະກອນ ສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໃນການເປັນເຈົ້າການ, ສົມທົບກັນຢ່າງຕັ້ງໜ້າກັບອຳນາດການປົກຄອງ ແລະ ບັນດາອົງການຈັດຕັ້ງມາຫະຊົນ ສຳລັບການຈົດທະບຽນຄືນ, ພັດທະນາບັນດາສະຫະກອນແບບໃໝ່, ສ້າງຕັ້ງບັນດາລະບົບມູນຄ່າຜະລິດຕະພັນ. ແນວໂຮມປະເທດຊາດ ຫວຽດນາມ ຈະຮ່ວມເດີນທາງພ້ອມກັບ ສະຫະພັນສະຫະກອນ ຫວຽດນາມ ໃນການຊຸກຍູ້ປະຕິບັດກົດໝາຍວ່າດ້ວຍສະຫະກອນ ປີ 2012, ພັດທະນາບັນດາສະຫະກອນແບບໃໝ່ຫັນປ່ຽນກ່ຽວກັບຄຸນນະພາບ ແລະ ປະລິມານ, ຖືວ່ານີ້ແມ່ນບາດກ້າວບຸກທະລຸໃນການສ້າງໂຄງປະກອບກະສິກຳຄືນໃໝ່ ແລະ ກໍ່ສ້າງຊົນນະບົດໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ