ສ້າງປະຊາຄົມຊາວຫວຽດນາມອາໄສຢູ່ລາວຜ່ານການຕິດພັນກັບວັດທະນະທຳຈິດວິນຍານ

(VOVWORLD) -ວັນທີ 30 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ຕິດພັນການເຄື່ອນໄຫວວັດທະນະທຳຈິດວິນຍານ ກັບວຽກງານຂົນຂວາຍປະຊາຄົມ ເພື່ອແນໃສ່ຄາດໝາຍເຕົ້າໂຮມ, ສ້າງປະຊາຄົມສາມັກຄີ, ເຂັ້ມແຂງ, ປະກອບສ່ວນສ້າງສາປະເທດລາວ ໃຫ້ຮຸ່ງເຮືອງລີ້ວໄລ ແລະ ອວ່າຍໜ້າເມືອຫາປະເທດຫວຽດນາມ”.

ສ້າງປະຊາຄົມຊາວຫວຽດນາມອາໄສຢູ່ລາວຜ່ານການຕິດພັນກັບວັດທະນະທຳຈິດວິນຍານ - ảnh 1ຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ

(ພາບ: TTXVN) 

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຮັບຟັງບົດປະກອບຄຳເຫັນ 5 ບົດກ່ຽວກັບ: ບົດບາດຂອງບັນດາຮາກຖານພຸດທະສາສະໜາຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ເວົ້າສະເພາະ ແລະ ສປປ.ລາວ ເວົ້າລວມ, ໃນການລະດົມພໍ່ແມ່ປະຊາຊົນເຂົ້າຮ່ວມບັນດາວຽກງານສັງຄົມ ແລະ ວຽກງານການກຸສົນ; ຊຸກຍູ້ການເຄື່ອນໄຫວອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ ຜ່ານບັນດາການເຄື່ອນໄຫວວັດທະນະທຳ - ສັງຄົມ, ລວມທັງບັນດາການເຄື່ອນໄຫວວັດທະນະທຳຈິດວິນຍານຂອງປະຊາຄົມ; ຍູ້ແຮງບັນດາການເຄື່ອນໄຫວຂະບວນຂອງປະຊາຄົມເວົ້າລວມ ແລະ ການເຄື່ອນໄຫວສັງຄົມ, ມະນຸດສະທຳເວົ້າສະເພາະ; ສ້າງປະຖົມປັດໃຈໃຫ້ແກ່ການສົມທົບຕິດພັນລະຫວ່າງປະຊາຄົນ, ພຸດທະສາສະໜາ ແລະ ຊົນຊາດ… ບັນດາຜູ້ແທນໄດ້ປະກອບຫຼາຍຄຳເຫັນ ເພື່ອແນໃສ່ຍົກສູງປະສິດທິຜົນບັນດາການເຄື່ອນໄຫວດ້ານວັດທະນະທຳແຫ່ງຈິດວິນຍານ, ບໍ່ພຽງແຕ່ເປັນການເຄື່ອນໄຫວດ້ານພຸດທະສາສະໜາເທົ່ານັ້ນ, ຫາກຍັງເພື່ອປະກອບສ່ວນສ້າງຄວາມສາມັກຄີ, ພັດທະນາປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໃຫ້ໝັ້ນຄົງເຂັ້ມແຂງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ