ສ້າງປະຊາຄົມເສດຖະກິດອາຊຽນ ໃຫ້ປະກົດ ຜົນເປັນຈິງ

ສ້າງປະຊາຄົມເສດຖະກິດອາຊຽນ ໃຫ້ປະກົດ ຜົນເປັນຈິງ - ảnh 1
(ພາບປະກອບ)

(vovworld) – ​ບັນດາ​ລັດຖະມົນຕີ​ເສດຖະກິດ​ຂອງ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ໄດ້​ຈັດ​ກອງ​ປະຊຸມ​ໃນ​ວັນ​ທີ 25/08, ຢູ່​ນະຄອນຫຼວງ Nay Pyi Taw, ປະ​ເທດ​ມຽນມາ ​ເພື່ອ​ປຶກສາ​ຫລື​ບັນ​ດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ, ສ້າງ​ຕັ້ງ​ປະຊາ​ຄົມ​ເສດ​ຖະກິດ​ອາຊຽນ (AEC) ​ແລະ ວິ​ໄສ​ທັດ​ຫຼັງ AEC. ກ່າວ​ຄຳ​ເຫັນ​ທີ່​ພິທີໄຂ​ກອງ​ປະຊຸມ, ທ່ານ​ປະທານາທິບໍດີ​ມຽນມາ Thein Sein ຮຽກຮ້ອງ​ໃຫ້​ອາ​ຊຽນ ປະ​ຕິ​ບັດ​ບັນດາ​ມາດ​ຕະການ​ທີ່​ຍັງ​​ເຫຼືອເພື່ອ​ຫັນ AEC ​ເປັນ​ຕົວຈິງ ​ເຊິ່ງຄາດ​ວ່າຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ປີ 2015. ຕາມ​​ແຜນການ​ດຳ​​ເນີນ​ງານ, ບັນດາ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ມອບ​ສັນຍາ​ແລກປ່ຽນ​ສິນຄ້າ​ອາ​ຊຽນ ​ໃຫ້​ບັນດາ​ປະ​ເທດ​ດ້ອຍ​ພັດທະນາ​ກວ່າ​ໃນ​ກຸ່ມ​ອາ​ຊຽນຄື ກຳປູ​ເຈຍ, ລາວ, ມຽນມາ ​ແລະ ຫວຽດນາມ, ​ເປີດ​ກວ້າງ​ພາສີອາກອນ ລົບ​ລ້າງ​ຮົ້ວ​ປອດ​ພາສີ, ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ການ​​ແລກປ່ຽນ​ຄ້າ​ຂາຍຢູ່​ອາ​ຊຽນ.

        ຄາດ​ວ່າ, ວັນ​ທີ 27/08, ບັນດາ​ລັດຖະມົນຕີ​ຈະ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 2ຂອງ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບ​ດ້ານ​ພາກ​ພື້ນ (RCEP) ​ລະຫວ່າງ 10 ປະ​ເທດ​ອາ​ຊຽນ ​ແລະ 6 ປະ​ເທດ​ຄູ່​ຮ່ວມ​ມື (​ເຊິ່ງລວມມີ ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ອີນ​ເດຍ, ອົດສຕາ​ລີ ​ແລະ ນິວຊີ​ແລນ) ​ເພື່ອ​ປຶກສາ​ຫາລື​ກ່ຽວກັບ​ວິວັດ​ການ​ເຈລະຈາ​ກ່ຽວຂ້ອງ​ເຖິງ​ຂໍ້​ຕົກລົງ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ກວ່າ​ລະຫວ່າງ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ສັນຍາ​ການ​ຄ້າ​ເສລີ.

ຂ່າວ/ບົດ​ອື່ນ