ສ້າງ​ປະ​ຕູ​ຖານ​ຂ​ໍ້​ມູນ​ແຜນ​ທີ່​ຕົ້ນ​ໄມ້ ຫວຽດ​ນາມ ເພື່ອ​ຄຸ້ມ​ຄອງ, ​ບົວ​ລະ​ບັດ​ຕົ້ນ​ໄມ້​ຂຽວ

(VOVWORLD) -ປະຕູຖານຂໍ້ມູນຕົ້ນໄມ້ຫວຽດນາມ ລວມມີບັນດາຂໍ້ມູນ ກ່ຽວກັບ ຊະນິດຕົ້ນໄມ້, ສະຖານທີ່, ວິວັດການປູກ, ລັກສະນະພິເສດຂອງການເຕີບໃຫຍ່ພັດທະນາ, ວິທີການເບິ່ງແຍງດູແລ, ຄຸ້ມຄອງຢ່າງລະອຽດ ໃນເງື່ອນໄຂສະພາບການຂອງແຕ່ລະທ້ອງຖິ່ນ.
ສ້າງ​ປະ​ຕູ​ຖານ​ຂ​ໍ້​ມູນ​ແຜນ​ທີ່​ຕົ້ນ​ໄມ້ ຫວຽດ​ນາມ ເພື່ອ​ຄຸ້ມ​ຄອງ, ​ບົວ​ລະ​ບັດ​ຕົ້ນ​ໄມ້​ຂຽວ - ảnh 1ທ່ານ ເວຶອງດິ່ງເຫ້ວ ເລຂາອົງຄະນະພັກນະຄອນຮ່າໂນ້ຍ ແລະ ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ (ພາບ: baochinhphu.vn)

ສູນສື່ສານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ) ໃຫ້ຮູ້ວ່າ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຜັນຂະຫຍາຍການສ້າງປະຕູຖານຂໍ້ມູນແຜນທີ່ຕົ້ນໄມ້ ຫວຽດນາມ (Treemap.vn) ຜ່ານໂປແກຼມເຕັກໂນໂລຢີ 4.0 ໃນ ສະມາດໂຟນ.

        ປະຕູຖານຂໍ້ມູນຕົ້ນໄມ້ຫວຽດນາມ ລວມມີບັນດາຂໍ້ມູນ ກ່ຽວກັບ ຊະນິດຕົ້ນໄມ້, ສະຖານທີ່, ວິວັດການປູກ, ລັກສະນະພິເສດຂອງການເຕີບໃຫຍ່ພັດທະນາ, ວິທີການເບິ່ງແຍງດູແລ, ຄຸ້ມຄອງຢ່າງລະອຽດ ໃນເງື່ອນໄຂສະພາບການຂອງແຕ່ລະທ້ອງຖິ່ນ. ໂປແກຼມດັ່ງກ່າວ ກໍ່ຊ່ວຍໃຫ້ອົງການຄຸ້ມຄອງແຫ່ງລັດ ຕີລາຄາໄດ້ສະພາບການຈັດແຈກຕົ້ນໄມ້ຂຽວ, ກຳນົດໄດ້ບັນດາເຂດ, ສະຖານທີ່ປູກຕົ້ນໄມ້ຢ່າງລະອຽດ…

ຕອບກັບ

ຂ່າວ/ບົດ​ອື່ນ