ສ້າງປະມວນມາດຖານຫ້ອງກວດພະຍາດປອດໄພໃນສະພາບຕ້ານໂລກລະບາດໂຄວິດ-19

(VOVWORLD) - ຕອນບ່າຍວັນທີ 14 ຕຸລາ, ທີ່ຮ່າໂນ້ຍ, ກົມຄຸ້ມຄອງການກວດ ປິ່ນປົວພະຍາດ (ກະຊວງສາທາລະນະສຸກ ຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມປະກອບຄຳເຫັນ ສ້າງປະມວນມາດຖານຫ້ອງກວດພະຍາດປອດໄພຕ້ານໂຄວິດ-19 ແລະ ພະຍາດອັກເສບປອດ.    
ສ້າງປະມວນມາດຖານຫ້ອງກວດພະຍາດປອດໄພໃນສະພາບຕ້ານໂລກລະບາດໂຄວິດ-19  - ảnh 1 ສ້າງປະມວນມາດຖານຫ້ອງກວດພະຍາດປອດໄພໃນສະພາບຕ້ານໂລກລະບາດໂຄວິດ-19  (ພາບປະກອບ/TTXVN)

ຮ່າງປະມວນມາດຖານລວມມີ 11 ຂໍ້ໄດ້ລະບຸບັນດາເນື້ອໃນສຳຄັນກ່ຽວກັບວຽກງານສ້າງວິທີການ, ກັ່ນກອງ, ຈັດແບ່ງປະເພດ; ບັນດາມາດຕະການປ້ອງກັນ, ສະກັດກັ້ນການຕິດແປດຢູ່ເຂດຊຸມຊົນ; ຄຸ້ມຄອງຄົນເຈັບ, ຍາດພີ່ນ້ອງຂອງຄົນເຈັບ ແລະ ພາລະກອນການແພດຢ່າງປອດໄພ.

        ປະຈຸບັນ ທົ່ວປະເທດມີໂຮງໝໍ 1.400 ແຫ່ງໄດ້ຜັນຂະຫຍາຍມາດຖານໂຮງໝໍໄພ. ເລື່ອງຜັນຂະຫຍາຍກວດພະຍາດປອດໄພຕ້ານໂລກລະບາດໂຄວິດ-19 ແມ່ນ ເພື່ອປະຕິບັດ 5 ຫຼັກການຕ້ານໂລກລະບາດເປັນຢ່າງດີ ເຊິ່ງຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກຍົກອອກມາແມ່ນ: ສະກັດກັ້ນ, ກວດພົບ, ແຍກຕົວ, ຂີດແບ່ງເຂດ ແລະ ປິ່ນປົວຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ