ສ້າງພື້ນຖານລັດຖະບານເອເລັກໂຕນິກໃຫ້ສົມບູນແບບ

(VOVWORLD) - ລັດຖະບານຈະສ້າງ ແລະ ພັດທະນາເອກະສານເອເລັກໂຕນິກລະດັບຊາດຕາມເຕັກໂນໂລຊີກ້າວໜ້າຂອງໂລກ ເປັນພື້ນຖານສະສົມ, ແບ່ງປັນຂໍ້ມູນລະຫວ່າງບັນດາລະບົບຂໍ້ມູນຂ່າວສານ, ຮາກຖານຂໍ້ມູນ…

ສ້າງພື້ນຖານລັດຖະບານເອເລັກໂຕນິກໃຫ້ສົມບູນແບບ ເພື່ອແນໃສ່ຍົກສູງຜົນສັກສິດ, ປະສິດທິຜົນແຫ່ງການເຄື່ອນໄຫວຂອງກົງຈັກບໍລິຫານລັດ ແລະ ຄຸນນະພາບການຮັບໃຊ້ປະຊາຊົນ, ວິສາຫະກິດ; ຍົກລະດັບການຈັດອັນດັບລັດຖະບານເອເລັກໂຕນິກຕາມການຕີລາຄາຂອງສະຫະປະຊາຊາດແຕ່ 10 ຫາ 15 ຂັ້ນໃນປີ 2020, ນຳ ຫວຽດນາມ ຈັດໃນກຸ່ມ 4 ປະເທດນຳໜ້າ ອາຊຽນ ໃນຕາຕະລາງຈັດອັນດັບລັດຖະບານເອເລັກໂຕນິກຕາມການຕີລາຄາຂອງສະຫະປະຊາຊາດຮອດປີ 2025. ຕາມຄາດໝາຍໄດ້ລະບຸໃນມະຕິກ່ຽວກັບບາງໜ້າທີ່, ມາດຕະການຈຸດສຸມພັດທະນາລັດຖະບານເອເລັກໂຕນິກໄລຍະປີ 2019 – 2020, ກຳນົດທິດຮອດປີ 2025, ໄລຍະປີ 2019 – 2020, ລັດຖະບານຈະສ້າງ ແລະ ພັດທະນາເອກະສານເອເລັກໂຕນິກລະດັບຊາດຕາມເຕັກໂນໂລຊີກ້າວໜ້າຂອງໂລກ ເປັນພື້ນຖານສະສົມ, ແບ່ງປັນຂໍ້ມູນລະຫວ່າງບັນດາລະບົບຂໍ້ມູນຂ່າວສານ, ຮາກຖານຂໍ້ມູນ…

ຕອບກັບ

ຂ່າວ/ບົດ​ອື່ນ