ສ້າງພື້ນຖານວັດທະນະທຳກ້າວໜ້າ,ເຂັ້ມຂົ້ນໄປດ້ວຍສີສັນຊາດ

ສ້າງພື້ນຖານວັດທະນະທຳກ້າວໜ້າ,ເຂັ້ມຂົ້ນໄປດ້ວຍສີສັນຊາດ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 02/03 ຢູ່​ຮ່າ​ໂນ້ຍ, ສະພາທິດ​ສະ​ດີ, ຕຳ​ໜິວິຈານ, ສິລະ​ປະສູນ​ກາງ​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້ຍ້ອງຍໍຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ສະພາ​ທິດ​ສະ​ດີ, ຕຳ​ໜິວິຈານ, ສິລະ​ປະ​ສູນ​ກາງ​ໃນ​ອາຍຸ​ການ​ຜ່ານ​ມາ​ໄດ້​ຕິດຕາມພາລະ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ, ດ້ວຍ​ນ້ຳ​ໃຈ​ສາມັກຄີ, ຮ່ວມ​ມື, ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງ, ສຳ​ເລັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ​ເລື່ອງ​ສ້າງ​ພື້ນຖານ​ວັດທະນະທຳ ຫວຽດນາມ ກ້າວ​ໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງບຸກຄະ​ລິກກະພາບ​ມະນຸດ ຫວຽດນາມ. ​ໃນ​ອາຍຸ​ການ​ຜ່ານ​ມາ, ທາງສະພາ​ໄດ້​ສືບ​ທອດ​ບັນດາ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ສູນ​ກາງ ​ແລະ ກົມ​ການ​ເມືອງ​ເປັນ​ຢ່າງ​ດີ, ປະກອບສ່ວນ​ກໍ່ສ້າງ, ພັດທະນາ​ຖັນ​ແຖວນັກ​ປັນຍາຊົນ, ນັກ​ສິລະ​ປິນ ນັກ​ປະພັນ. ທ່ານ​ປະທານ​ປະ​ເທດ​ຕັກ​ເຕືອນ​ສະພາ​ຄວນ​ສືບ​ຕໍ່​ບູລະນະ​ການ​ຈັດ​ຕັ້ງ, ກ​ົນ​ໄກ, ​ແບບວິທີ​ການ​ເຄື່​ອນ​ໄຫວ, ຜັນ​ຂະຫຍາຍ​ບັນດາ​ມະຕິ​ຂອງ​ກົມ​ການ​ເມືອງ, ບົດສະຫຼຸບ, ຄຳ​ສັ່ງ​ຂອງ​ຄະນະ​ເລຂາສູນ​ກາງ​​ໃຫ້​ດີ, ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ຂອງ​ວັດທະນະທຳ, ວັນນະຄະດີ, ສິລະ​ປະ ມຸ່ງ​ໄປ​ເຖິງການ​ສ້າງ​ພື້ນຖານ​ວັດທະນະທຳ​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​​ຊາດ ​ເພື່ອ​ໃຫ້​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດທະນາ​ຢ່າງໝັ້ນຄົງ​ເຂັ້ມ​ແຂງ.


ຂ່າວ/ບົດ​ອື່ນ