ສ້າງພື້ນຖານວັດທະນະທຳຫວຽດນາມເຂັ້ມຂົ້ນໄປດ້ວຍສີສັນຊາດເພື່ອການພັດທະນາປະເທດຊາດ

 ສ້າງພື້ນຖານວັດທະນະທຳຫວຽດນາມເຂັ້ມຂົ້ນໄປດ້ວຍສີສັນຊາດເພື່ອການພັດທະນາປະເທດຊາດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
ພາບ:chinhphu.vn

(vovworld)- ​ ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 15 ປີ ແຫ່ງວັນ​ສ້າງ​ຕັ້ງ​ສູນ​ຄົ້ນ​ຄ້​ວາ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາ​ຍ​ວັດ​ທະ​ນະ​ທຳ​ຫວຽດ​ນາມ (1/6/2000-1/6/2015) ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 25/6 ຢູ່ ຮ່າ​ໂນ້ຍ. ໃນ 15 ປີ​ຜ່ານ​ມາ, ສູນ​ດັ່ງ​ກ່າວ ໄດ້​ປະ​ຕິ​ບັດ​ຫລາຍ​ກິດ​ຈະ​ກຳ​ຄົ້ນ​ຄ້​ວາ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ຂອງ​ຊາດ. ບໍ່​ພຽງ​ແຕ່​ໂຄ​ສະ​ນາ, ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ສູນ​ດັ່ງ​ກ່າວ​ຍັງ​ແນະ​ນຳ​ກ່ຽວ​ກັບ​ສິ​ລະ​ປະ​ພື້ນ​ເມືອງ​ຢູ່​ບັນ​ດາ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ຍີ່​ປຸ່ນ, ເຢຍ​ລະ​ມັນ… ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ: “ພິ​ທີ​ສະ​ເຫລີມ​ສະ​ຫລອງ 15 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສູນ ຄົ້ນ​ຄ້​ວາ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາ​ຍ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ແມ່ນ​ໂອ​ກາດ​ເພື່ອ​ສະ​ຫລຸບ​ໝາກ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ໃນ​ໄລ​ຍະ​ຜ່ານ​ມາ ຈາກ​ນັ້ນ​​ກຳ​ນົດ​ທິດ​ເພື່ອກໍ່​ສ້າງ​ຊາຍ​ຄາ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ຫວຽດ​ນາມ. ລັດ​ຖະ​ບານ​ປາດ​ຖະ​ຫນາ​ຢາກ​ສູນ ສືບ​ຕໍ່​ປ່ຽນ​ໃຫມ່​ໃນ​ການ​ປະ​ຕິ​ບັດວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂ​ະ​ຫຍາຍ​ລັກ​ສະ​ນະ​ຂະ​ຫຍັນ​ຂັນ​ເຄື່ອນ, ຫົວ​ຄິດ​ປະ​ດິດ​ສ້າງ, ທ່າ​ແຮງ​ຂອງ​ແຕ່​ລະ​ສະ​ມາ​ຊິກ​ໃນ​ພາ​ລະ​ກິດ​ສ້າງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ກ້າວ​ຫນ້າ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ