ສ້າງພື້ນຖານອຸດສາຫະກຳປ້ອງກັນຊາດກ້າວໜ້າ,ທັນສະໄໝ

ສ້າງພື້ນຖານອຸດສາຫະກຳປ້ອງກັນຊາດກ້າວໜ້າ,ທັນສະໄໝ - ảnh 1
ທ່ານ​ ຫງວຽນ​ເຕີ໋ນຢຸງ ​​ມອບ​ນາມມະຍົດ ວິລະ​ຊົນ​ກຳລັງ​ປະກອບ
​ອາວຸດ​ປະຊາຊົນ ​ໃຫ້​ກົມ​ໃຫຍ່​ອຸດສາຫະກຳ​ປ້ອງ​ກັນຊາ​ດ
(ພາບ: tintuc.vn)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ກົມ​ໃຫຍ່​ອຸດສາຫະກຳ​ປ້ອງ​ກັນຊາ​ດ (ກະຊວງ​ປ້ອງ​ກັນ​ປະ​ເທດ (15/9/1945 – 15/9/2015) ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/9 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນ​ເຕີ໋ນຢຸງ ​ເນັ້ນ​ໜັກ​ວ່າ: ກົມ​ໃຫຍ່​ອຸດສາຫະກຳ​ປ້ອງ​ກັນຊາ​ດ ຕ້ອງ​ຊຸມ​ໃສ່​ກໍ່ສ້າງ​ພື້ນຖານ​ອຸດສາຫະກຳ​ປ້ອງ​ກັນຊາ​ດກ້າວໜ້າ, ທັນ​ສະ​ໄໝ, ປະກອບສ່ວນ​ສຳຄັນ, ຍົກ​ສູງ​ກຳລັງ​ບົ່ມ​ຊ້ອນດ້ານ​

ປ້​ອງກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ແທດ​ຈິງ, ກາຍ​ເປັນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ພື້ນຖານ​ອຸດສາຫະກຳ​ແຫ່ງ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເນັ້ນ​ໜັກ​ວ່າ:

        “​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ຂະ​ແໜງ​ອຸດສາຫະກຳ​ປ້ອງ​ກັນຊາ​ດ​ໄດ້​ມີ​ບັນດາ​ເງື່ອນ​ໄຂ​ຄົບ​ຖ້ວນ​ໂດຍ​ພື້ນຖານ ​ເພື່ອ​ສຸມ​ກຳລັງຜະລິດ​ຢ່າງ​ມີ​ຈຸດ​ສຸມ, ມີ​ລັກສະນະ​ບຸກທະລຸ​ສຳລັບ​ອາວຸດ​ທັນ​ສະ​ໄໝ​ບາງ​ປະ​ເພດ, ຕອບສະໜອງ​ຄວາມ​ຕ້ອງການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ຕ້ອງ​ສຸມ​ໃສ່​ເປັນ​ເຈົ້າ​ການ​ເຕັກ​ໂນ​ໂລ​ຢີ, ຜະລິດ​ໄວ, ມີ​ປະສິດ​ທິຜົນ​ສຳລັບ​ລູກ​ສອນ​ໄພ​ກ້າວໜ້າ, ທັນ​ສະ​ໄໝບາງ​ປະ​ເພດ, ​ເພື່ອ​ຍົກສູງ​ຄວາມ​ສາມາດ​ກຽມພ້ອມ​ສູ້​ຮົບ, ກຳລັງ​ຂົ່ມຂູ່, ການ​ຮົບ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ, ມີ​ກຳລັງ​ແຮງ​ຢ່າງ​ພຽງພໍ ​ເພື່ອ​ປະຕິບັດ​ບົດບາດ​ຫຼັກ​ແຫຼ່ງ​ແກ່ນສານ​​ໃນ​ການ​ປົກ​ປັກ​ຮັກສາ​ຜື​ນ​ແຜ່ນດິນ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຢ່າງ​ຄົບ​ຖ້ວນ​ໃນ​ທຸກ​ສະຖານະ​ການ”

        ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ກົມ​ໃຫຍ່​ອຸດສາຫະກຳ​ປ້ອງ​ກັນຊາ​ດ ຕ້ອງ​ສ້າງ​ຖັນ​ແຖວ​ພະນັກງານ​ໃຫ້​ມີ​ລະດັບ​ຄວາມ​ຮູ້​ດ້ານ​ການ​ເມືອງ​ຢ່າງ​ໝັ້ນຄົງ, ກຳ​ແໜ້ນ​ວິທະຍາສາດ​ການ​ທະຫານ, ​ເຂົ້າ​ໃຈ​ພຶດຕິ​ກຳ​ຕົວ​ຈິງ, ມີ​ຈີນ​ຕະນາ​ການ​ຍຸດ​ທະ​ສາດ​ແຫຼມ​ຄົນ, ​ເກັ່ງ​ດ້ານ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຢີ, ຈົ່ງ​ຮັກ​ພັກດີຕໍ່ລັດ ​ແລະ ປະຊາຊົນ.

        ທີ່​ພິທີ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ມອບ​ນາມມະຍົດ ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ​ໃຫ້​ກົມ​ໃຫຍ່​ອຸດສາຫະກຳ​ປ້ອງ​ກັນຊາ​ດ.

 


ຂ່າວ/ບົດ​ອື່ນ