ສ້າງພາບພົດຫວຽດນາມຜ່ານບັນດາການເຄື່ອນໄຫວທ່ອງທ່ຽວ

ສ້າງພາບພົດຫວຽດນາມຜ່ານບັນດາການເຄື່ອນໄຫວທ່ອງທ່ຽວ - ảnh 1
ອ່າວຮ້າລອງ
(ພາບ: internet)

Vovworld- “ສ້າງ​ພາບ​ພົດ​ຫວຽດນາມ​ຜ່ານບັນດາ​ການ​ເຄື່ອນໄຫວທ່ອງທ່ຽວ” ນັ້ນ​ແມ່ນ​ຫົວ​ເລື່ອງກອງ​ປະຊຸມ​ສຳ​ມະ​ນາໂດຍ​ສະມາຄົມ​ນັກ​ຂ່າວ​ນະຄອນ​ໂຮ່ຈິ​ມີນຈັດ​ຂຶ້ນ​ເມື່ອ​ວັນ​ທີ 23 ກຸມພາ​ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ, ຜູ້​ຕ່າງ​ໜ້າ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ໃນ​ບໍລິ​ເວນ​ນະຄອນ​ໂຮ່ຈິ​ມິນ. ຕາມ​ຂໍ້​ສັງ​ເກດ​ຂອງ​ບັນດາ​ອົງການຕ່າງປະ​ເທດ, ຫວຽດນາມ​ຈະ​ແມ່ນຈຸດ​ນັດ​ພົບ​ທີ່​ພົ້ນ​ເດັ່ນ​ຢູ່​ອາຊີ​ຂອງ​ແຂກ​ທ່ອງ​ທ່ຽວ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ. ຈຸດໝາຍ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ໃນ​ປີ 2012 ​ແມ່ນ​ຕ້ອນຮັບ ແຂກ​ທ່ອງ​ທ່ຽວຕ່າງປະ​ເທດ 6,5 ລ້ານ​ເທື່ອ​ຄົນ, ຮັບ​ໃຊ້ ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 32 ລ້ານ​ເທື່ອ​ຄົນ, ດ້ວຍ​ລາຍ​ຮັບ​ຈາກ​ທ່ອງທ່ຽວ​ບັນລຸ 145.000 ຕື້​ດົງ ​ເພີ່ມ​ຂຶ້ນ​ກ່ວາ 20%​ເມື່ອ​ທຽບ​ໃສ່​ປີ 2011. ບັນດາ​ນັກ​ສຳ​ມະ​ນາກ​ອນລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ຖື​ວ່າ: ຂະ​ແໜງ​ທ່ອງ​ທ່ຽວຫວຽດນາມ​ຄວນ​ວາງ​ບັນດາ​ໂຄງການ​​ເຄື່ອນ​ໄຫວ​ລະອຽດ, ​ແທດ​ຈິງ​ເພື່ອ​ພັດທະນາ​ ຂະ​ແໜງ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ. ​ໄປ​ຄຽງ​ຄູ​່ກັນນັ້ນ, ກໍ​ຄວນ​ມີ​ແບບ​ວິທີ​ໂຄສະນາ​ທ່ອງ​ທ່ຽວ​ໃຫ້​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດຢ່າງ​ແຂງ​ແຮງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ຫງວຽນຫິ້ວ​ເຖາະ,ປະທານ​ສະຫະ​ສະມາຄົມ​ທ່ອງ​ທ່ຽວ​ຫວຽດນາມ​ໃຫ້​ຮູ້​ວ່າ: (​ເທບ)

   “ ປີ 2012 ພວກ​ເຮົາ​ໄດ້​ມີ​ຍຸດ​ທະ​ສາດ​ທາງດ້ານ​ການທ່ອງທ່ຽວ, ​ເປັນ​ອັນວ່າ ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ​ມີ​ເສັ້ນທາງ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ເພື່ອ​ພັດທະນາ. ​ໃນ​ນັ້ນ, ບັນດາ​ແຂວງ, ນະຄອນ ​ແລະ ​ເຂດ​ຕ່າງໆ​ຕ້ອງ​ຮ່ວມ​ສຳພັນ​ເພື່​ອສ້າງ​ຍຸດ​ທະ​ສາດ​ພັດທະນາ​ທ້ອງ​ຖິ່ນ​ຂອງ​ຕົນ. ​ເພື່ອຂະ​ແໜງ​ທ່ອງ​ທ່ຽວຫວຽດນາມ​ພັດທະນາ​ແບບ​ຍືນ​ຍົງ, ມີ​ປະສິດທິ​ຜົນ ​ແລະ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ​ນັ້ນ, ກຳນົດ​ທິດ​ຂອງ​ຫວຽດນາມ​ແມ່ນ​ຕ້​ອງປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ, ພັດທະນາ​ວັດທະນະທຳ​ຂອງ​ຊາວ​ຫວຽດນາມ ​ແລະ ມີ​ການ​ປະພຶດ​ຕໍ່​ກັນ​ແນວ​ໃດ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ. ນີ້​ແມ່ນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ ”.

 

ຂ່າວ/ບົດ​ອື່ນ