ສ້າງ​ລັດ​ແຫ່ງ​ນິ​ຕິ​ບັດ​ຍັດ​ສັງ​ຄົມ​ນິ​ຍົ​ມ​​ຫວຽດ​ນາມ ໃຫ້​ສົມ​ບູນ​ແບບ

(VOVWORLD) -ໃນສະພາບການຫັນເປັນໂລກາພິວັດ, ເຊື່ອມໂຍງເຂົ້າກັບສາກົນ ໄດ້ສົ່ງຜົນກະທົບຕໍ່ທຸກດ້ານໃນຊີວິດສັງຄົມຢ່າງເລິກເຊິ່ງກ້ວາງຂວາງ, ໄດ້ວາງອອກຄຳຮຽກຮ້ອງອັນຈຳເປັນກ່ຽວກັບການສືບຕໍ່ປະຕິຮູບພື້ນຖານຕຸລາການຫວຽດນາມ ຢ່າງແຮງ
ສ້າງ​ລັດ​ແຫ່ງ​ນິ​ຕິ​ບັດ​ຍັດ​ສັງ​ຄົມ​ນິ​ຍົ​ມ​​ຫວຽດ​ນາມ ໃຫ້​ສົມ​ບູນ​ແບບ - ảnh 1

 ທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມສຳມະນາ (ພາບ: TTXVN)

   ຕອນເຊົ້າວັນທີ 17 ມັງກອນ, ຢູ່ນະຄອນ ດ່ານັງ, ຄະນະຊີ້ນຳສ້າງແຜນຮ່າງຍຸດທະສາດ ສ້າງລັດແຫ່ງນິຕິບັດຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ ໄດ້ຈັດກອງປະຊຸມສຳມະນາແຫ່ງຊາດດ້ວຍຫົວເລື່ອງ “ສືບຕໍ່ຍູ້ແຮງ, ຍົກສູງປະສິດທິຜົນການປະຕິຮູບດ້ານຕຸລາການ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ສ້າງລັດແຫ່ງນິຕິບັດຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ການກຳນົດທິດຮອດປີ 2045”. ທ່ານປະທານປະເທດ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ ເປັນປະທານກອງປະຊຸມສຳມະນາ.

ທີ່ກອງປະຊຸມຊຸມສຳມະນາ, ບັນດາຜູ້ແທນໄດ້ຍົກອອກຫຼາຍຄຳເຫັນຢ່າງສຸດຈິດສຸດໃຈ, ບັນດານັກຊ່ຽວຊານ, ນັກວິທະຍາສາດຖືວ່າ, ເມື່ອສ້າງລັດແຫ່ງນິຕິບັດຍັດສັງຄົມນິຍົມຢູ່ຫວຽດນາມ ຕ້ອງຕິດພັນກັບບັນດາຈຸດທີ່ເປັນເອກະລັກສະເພາະຂອງລັດແຫ່ງນິຕິບັດຍັດສັງຄົມນິຍົມ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ, ໃນສະພາບການຫັນເປັນໂລກາພິວັດ, ເຊື່ອມໂຍງເຂົ້າກັບສາກົນ ໄດ້ສົ່ງຜົນກະທົບຕໍ່ທຸກດ້ານໃນຊີວິດສັງຄົມຢ່າງເລິກເຊິ່ງກ້ວາງຂວາງ, ໄດ້ວາງອອກຄຳຮຽກຮ້ອງອັນຈຳເປັນກ່ຽວກັບການສືບຕໍ່ປະຕິຮູບພື້ນຖານຕຸລາການຫວຽດນາມ ຢ່າງແຮງ:

ການປະຕິຮູບດ້ານຕຸລາການຕ້ອງດຳເນີນພ້ອມກັບການປ່ຽນໃໝ່ວຽກງານນິຕິບັນຍັດ ແລະ ບໍລິຫານຢ່າງຄົບຊຸດ ເພື່ອຮັບປະກັນຫຼັກການສິດອຳນາດຂອງລັດແມ່ນມີຄວາມເປັນເອກະພາບ ມີການຈັດແບ່ງວຽກງານ, ສົມທົບກັນ, ກວດກາລະຫວ່າງບັນດາອົງການຂອງລັດ ໃນການປະຕິບັດ ບັນດາສິດນິຕິບັນຍັດ, ບໍລິຫານ ແລະ ຕຸລາການ. ການປະຕິຮູບດ້ານຕຸລາການ ມຸ່ງໄປເຖິງການປົກປັກຮັກສາ ແລະ ຮັບປະກັນປະຊາທິປະໄຕ, ຄວາມຍຸດຕິທຳ, ສິດທິມະນຸດ, ສິດຂອງພົນລະເມືອງ, ເຄົາລົບກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ